ກອງປະຊຸມກາງສະໄໝ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ສຳເລັດລົງໃນອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັອ ຄຳແພງ ເພັດ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ໂດຍມີ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ, ພ້ອມດ້ວຍຄະນະປະຈໍາພັກ, ຄະນະພັກກອງບັນຊາການ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ເຂົ້າຮ່ວມ.

ສະຫາຍ ພັອ ຄຳແພງ ເພັດ ກ່າວວ່າ:

ກອງປະຊຸມຄັ້ງນີ້ ໄດ້ທົບທວນຕີລາຄາຄືນຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງນຳພາປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງການດຳເນີນງານແຕ່ລະໄລຍະຂອງ ຄະນະພັກ ກອງບັນຊາການ ປກສ ແຂວງ, ການປະຕິບັດໜ້າທີ່ຕະຫຼອດໄລຍະ 3 ປີຜ່ານມາ ແລະ ພ້ອມກັນວາງທິດທາງແຜນການ ເພື່ອປະຕິບັດບັນດາຄາດໝາຍຍຸດທະສາດ ທີ່ກຳນົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VI ແຕ່ນີ້ຮອດປີ 2024.

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງ ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກອ້ອມຂ້າງ ແລະ ຮັບຮອງເອົາຮ່າງບົດລາຍງານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງ ກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ, ຮ່າງບົດສຳຫຼວດການນຳພາລວມກາງສະໄໝຂອງ ກອງປະຊຸມໃຫຍ່ ຄັ້ງທີ VI.

ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ, ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ອົງຄະນະພັກ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.

ນອກນັ້ນ, ຄະນະພັກທຸກຂັ້ນ ຕ້ອງເປັນເຈົ້າການກໍ່ສ້າງ ແລະ ປັບປຸງການຈັດຕັ້ງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກຂອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ເຂົ້າສູ່ລະບຽບແບບແຜນ, ສືບຕໍ່ປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງທຸກດ້ານ, ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງດ້ານຈັດຕັ້ງ ແລະ ມີຄວາມສຳນິຊຳນານດ້ານວິຊາສະເພາະ-ເຕັກນິກ ກາຍເປັນກຳລັງປ້ອງກັນຄວາມສະຫງົບທີ່ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍໃນໄລຍະເວລາ 2 ປີ ທ້າຍສະໄໝ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!