ວັນທີ 4 ມັງກອນ  2023, ພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຫ້ອງການກອງບັນຊາການ ປກສ ແຂວງຄຳມ່ວນ, ນໍາໂດຍ ພັທ ສົມພອນ ຄຳວົງສາ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຫ້ອງການກອງບັນຊາການ ປກສ ແຂວງຄຳມ່ວນ, ພ້ອມຄະນະໄດ້ລົງເຄື່ອນໄຫວ, ຊຸກຍູ້ ແລະ ແນະນຳ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຢູ່ກອງບັນຊາການ ປກສ ເມືອງຫີນບູນ ໂດຍມີ ພັທ ຄຳ ນັນທະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້້າຮ່ວມ.

ພັທ ອີນສອນ ໂອລິຍະວົງ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຜ່ານເອກະສານແຈ້ງການຂອງທ່ານຫົວໜ້າກອງບັນຊາການ ປກສ ແຂວງສະບັບ ເລກທີ 13/ປກສ.ຄມ, ລົງວັນທີ 17 ກຸມພາ 2022, ວ່າດ້ວຍການລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ມູນເຊື້ອປະຫວັດສາດໃນກຳລັງ ປກສ ແຂວງ, ພ້ອມທັງແນະນຳກອງບັນຊາການ ປກສ ເມືອງ ຂຽນປື້ມ, ສ້າງມູນເຊື້ອປະຫວັດ ສາດຂອງເມືືອງ. ໂດຍປະຕິບັດຕາມການແຈ້ງການຂອງທ່ານຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ, ສະບັບເລກທີ 1307/ກວປ, ລົງວັນທີ 9 ທັນວາ 2022 ວ່າດ້ວຍການຈັດສົ່ງປື້ມປະຫວັດມູນເຊື້ອຂອງກົມກອງຕົນເອງ ເພື່ອວາງສະແດງຢູ່ຫໍພິພິຕະພັນກະຊວງປ້ອງກັນຄວາມສະຫງົບ ແລະ ອີງຕາມພາລະບົດບາດຂອບເຂດສິດ-ໜ້າທີ່ວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ ທີ່ພົວພັນເຖິງບັນດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ ເມືອງ 10 ຕົວເມືອງໃນທົ່ວແຂວງຄຳມ່ວນ.

ໃນພິທີ, ພັທ ຄຳ ນັນທະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ  ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງ, ຈົ່ງເພີ່ມທະວີເອົາໃຈໃສ່ໃນການເກັບກຳຂໍ້ມູນຕ່າງໆທີ່ກ່ຽວກັບປະຫັວດການເປັນມາຂອງກອງບັນຊການ ປກສ ເມືອງຫີນບູນ. ທັງນີ້, ກໍເພື່ອເປັນການກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ທີ່ຈະໜູນວຽນມາຮອດອີກວາລະໜຶ່ງ ໃຫ້ມີເນື້ອໃນ, ຄວາມ   ໝາຍເລິກເຊິ່ງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້ ທັງເປັນການສ້າງປື້ມປະຫວັດສາດມູນເຊື້ອຂອງກົມ-ກອງຂອງຕົນເອງ ເພື່ອຈັດວາງສະແດງຢູ່ຫໍພິພິຕະພັນປ້ອງກັນຄວາມສະຫງົບປະຊາຊົນໄວ້ໃຫ້ຄົນລຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຕົ້ນກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ.