ກອງປະຊຸມຄົບຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ປະຈຳປີ 2022 ໄດ້ຈັດໃນວັນທີ 9 ມັງກອນ, ເຂົ້າຮ່ວມໂດຍ ພົທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ, ມີ ພົຕ ປອ ວົງສັກ ພັນທະວົງ ປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ IX, ມີບັນດາຄະນະນຳກຳມາທິການ ປກຊ-ປກສ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມດ້ວຍ ປກຊ-ປກສ ນະຄອນຫຼວງ ແລະ ສະມາຊິກສະພາແຫ່ງຊາດ ປະຈຳ 18 ເຂດເລືອກຕັ້ງ ເຂົ້າຮ່ວມ.

ພົຈວ ປອ ມາລາ ວິລະຈິດ ຮອງປະທານກໍາມາທິການ ປກຊ-ປກສ ກ່າວວ່າ:

ຜ່ານມາ, ຄະນະກໍາມາທິການ ປກຊ-ປກສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບພາຍໃນກໍາມາທິການ ຢ່າງເປັນປົກກະຕິ, ໄດ້ສືບຕໍ່ປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກຕາມທິດຊີ້ນໍາຂອງ ຄະນະຮັບຜິດຊອບ, ປັບປຸງກົງຈັກການຈັດຕັ້ງຂອງ ສະພາແຫ່ງຊາດ ແລະ ກະຊວງພາຍໃນ, ປະຕິບັດນະໂຍບາຍຕໍ່ພະນັກງງານ-ນັກຮົບ ເປັນຕົ້ນແມ່ນ ການຍ້ອງຍໍ, ເລື່ອນຊັ້ນ, ສັບຊ້ອນປະກອບໜ້າທີ່, ສົ່ງໄປສຶກສາຮໍ່າຮຽນຍົກລະດັບ, ຮຽນພາສາຕ່າງປະເທດ, ເຂົ້າຮ່ວມກອງປະຊຸມສໍາມະນາດ້ານຕ່າງໆ ເພື່ອສ້າງຂີດຄວາມສາມາດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານໃຫ້ສູງຂຶ້ນ, ໄດ້ຈັດຕັ້ງສົມທົບກັບ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປັບປຸງກົນໄກປະສານງານ ໂດຍໄດ້ລົງນາມໃນຂໍ້ຕົກລົງຮ່ວມ ວ່າດ້ວຍ ການປະສານງານຄືນໃໝ່ ຕິດພັນກັບ ການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປະສານງານ ໃນໄລຍະ 5 ປີ (2016-2020).

ພ້ອມນີ້, ຍັງໄດ້ສໍາເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປະສານງານ ປະຈໍາປີ 2022 ເຮັດໃຫ້ການປະສານງານກັບອົງການທີ່ກ່ຽວຂ້ອງໄດ້ຄ່ອຍໆເຂົ້າສູ່ລວງເລິກ ແລະ ໂລ່ງລຽນຂຶ້ນກວ່າເກົ່າ; ໄດ້ຮ່ວມກັບ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ພະນັກງານຫຼັກແຫຼ່ງຂອງ 3 ພາກສ່ວນ ຢູ່ຂັ້ນສູງກາງ ຈໍານວນ 2 ຄັ້ງ, ມີຜູ້ເຂົ້າຮ່ວມ ຈໍານວນ 650 ທ່ານ ແລະ ຢູ່ຂັ້ນກົມກອງ 14 ຄັ້ງ, ມີຜູ້ເຂົ້າຮ່ວມ 1.800 ທ່ານ.

ເປັນເຈົ້າການວິເຄາະ, ວິໄຈຮ່າງບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນແຕ່ລະໄລຍະຂອງລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອຄົ້ນຄວ້າຮ່າງບົດຄໍາເຫັນຂອງ ຄະນະປະຈໍາສະພາແຫ່ງຊາດ, ຮ່າງມະຕິຂອງ ສະພາແຫ່ງຊາດ ເພື່ອນໍາເຂົ້າພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX.

ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ຕິດພັນກັບ ການຕິດຕາມກວດກາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ 12 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງອັດຕະປີ.

ໃນນັ້ນ, ອັນພົ້ນເດັ່ນ ແມ່ນໄດ້ລົງຕິດຕາມກວດກາ ສະພາບດ່ານຊາຍແດນສາກົນ 6 ແຫ່ງ, ຄ້າຍຄຸມຂັງນັກໂທດ ແລະ ສູນປິ່ນປົວບໍາບັດຜູ້ເສບຢາ 3 ແຫ່ງ, ສ່ວນ 6 ແຂວງ ໄດ້ມອບໃຫ້ກໍາມະການສັງກັດກໍາມາທິການ ປະຈໍາເຂດເລືອກຕັ້ງ ລົງເຄື່ອນໄຫວຕິດຕາມກວດກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແລ້ວລາຍງານໃຫ້ກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ເພື່ອສັງລວມລາຍງານຕໍ່ ຄະນະປະຈໍາສະພາແຫ່ງຊາດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!