ໃນ 6 ເດືອນທ້າຍປີ 2022, ຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເປັນໜ້າທີ່ສໍາຄັນຕົ້ນຕໍ, ເປັນວຽກງານປາຍແຫຼມ, ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານຂອງແຕ່ລະກົມກອງ; ໃນນັ້ນໄດ້ມອບຄວາມຮັບຜິດຊອບໂດຍກົງ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການນໍາພາສຶກສາອົບຮົມ, ຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ບັນດາ ນິຕິກໍາ, ລະບຽບການ ແລະ ຂໍ້ຫ້າມຕ່າງໆຂອງກໍາລັງປ້ອງກັນຄວາມສະຫງົບ ຕິດພັນກັບລະບອບເຜີຍ ແຜ່ ແລະ ກໍາແໜ້ນສະພາບການຮອບດ້ານຂອງໂລກ, ພາກພື້ນ ແລະ ພາຍໃນເພື່ອສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງ, ຕິຕ້ານປະກົດການ ແນວຄິດທີ່ບໍ່ໜັກແໜ້ນ, ຈໍາແນກມິດ-ສັດຕູບໍ່ຈະແຈ້ງ ກໍຄືການປຸກລະດົມນໍ້າໃຈເສຍສະຫຼະຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນປົກກະຕິ, ຕໍ່ເນື່ອງ ແລະ ລຽນຕິດ.

ສະຫາຍ ພົທ ກົງທອງ ວົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ຜ່ານບົດສະຫຼຸບສະພາບການເຄື່ອນ ໄຫວຊີ້ນໍາ-ນໍາພາວຽກງານປ້ອງກັນຄວາມສະຫງົບ 6 ເດືອນທ້າຍປີ 2022 ແລະ ທິດທາງແຜນ 6 ເດືອນຕົ້ນປີ 2023. ໃນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 5 ສະໄໝທີ V ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ສະພາບແນວຄິດຂອງຖັນແຖວສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ສ່ວນຫຼາຍຍັງມີແນວຄິດ, ອຸດົມການທີ່ໜັກແໜ້ນ, ມີນໍ້າໃຈຮັບໃຊ້ພັກ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ພົ້ນເດັ່ນແມ່ນພວກເຮົາ ໄດ້ນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝ ທີ XI, ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 113 ປີ, ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຮົບຮອບ 31 ປີ; ປາຖະກະຖາວັນເຊັນສັນ ຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ, ນໍາພາເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ເອກະສານສໍາຄັນອື່ນໆອີກຈໍານວນໜຶ່ງ. ໄດ້ຕັ້ງໜ້າກໍ່ສ້າງພັກໃຫ້ໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ, ພົ້ນເດັ່ນພວກເຮົາໄດ້ເປີດບັ້ນຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນຄັ້ງທີ I ໃຫ້ບັນດາເລຂາ, ຮຄອງເລຂາ ແລະ ຄະນະພັກ ຢູ່ບັນດາກອງບັນຊາການ ປກສ ແຂວງ, ປກສ ເມືອງ- ນະຄອນ ຢູ່ 5 ແຂວງພາກໃຕ້ ພ້ອມທັງໄດ້ຊຸກຍູ້ໃຫ້ໄປຈັດຕັ້ງຜັນຂະຫຍາຍ ແລະ ຝຶກອົບຮົມ ໃຫ້ບັນດາຮາກ ຖານພັກ ທີ່ຂຶ້ນກັບຕົນສໍາເລັດຕາມແຜນການ ແລະ ໄດ້ສ້າງແຜນຝຶກອົບຮົມອີກ 2 ພາກທີ່ຍັງເຫຼືອ ເພື່ອໃຫ້ວຽກງານດັ່ງກ່າວ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດທົ່ວກໍາລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ; ກໍ່ສ້າງ ແລະ ຂະຫຍາຍພັກຖືກຕ້ອງຕາມກົດລະບຽບຂອງພັກ ໂດຍຖືເອົາຄຸນນະພາບເປັນກົກ, ເຮັດໃຫ້ຄະນະພັກແຕ່ລະຂັ້ນຍັງ ຮັກສາໄດ້ບົດບາດເປັນແກນນໍາໃນລະບົບການເມືອງ ຢູ່ບັນດາກົມກອງ-ທ້ອງຖິ່ນຢ່າງແທ້ຈິງ.

 ປັດຈຸບັນ, ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ປະກອບມີ 13 ອົງຄະນະພັກ ແລະ 2 ຄະນະພັກຮາກຖານຂຶ້ນກັບ, ມີຮາກຖານພັກທັງໝົດ 299 ຮາກຖານ, ມີ ສະມາຊິກພັກທັງຫມົດ 8.904 ສະຫາຍ, ສະມາຊິກພັກສໍາຮອງ 1.38 ສະຫາຍ; ຂະຫຍາຍສະມາຊິກພັກໃໝ່ 341 ສະຫາຍ; ໄດ້ເກັບກໍາຈໍານວນສະຖິຕິສະມາຊິກພັກ, ຄຸ້ມຄອງສໍານວນເອກະສານຂອງສະມາຊິກພັກຕາມການແບ່ງຂັ້ນຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມການຂຽນປຶ້ມຊີວະປະຫວັດສະມາຊິກພັກ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ແລະ ໄດ້ນໍາສະເໜີຄະນະຈັດຕັ້ງສູນກາງພັກອອກບັດໃຫ້ສະມາຊິກພັກສົມບູນໃຫ້ສະມາຊິກພັກ ທີ່ມີເງື່ອນໄຂຄົບຖ້ວນຢ່າງເປັນປົກກະຕິ; ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການປັບປຸງກົງຈັກການຈັດຕັ້ງພັກ ໃຫ້ສອດຄ່ອງກັບກົງຈັກການຈັດຕັ້ງບັນຊາ, ໃນນີ້ໄດ້ບົ່ງຕົວແຕ່ງຕັ້ງຄະນະພັກ ຢູ່ບັນດາຮາກຖານພັກກົມກອງອ້ອມຂ້າງກະຊວງ 99 ສະຫາຍ; ອະນຸມັດສ້າງຕັ້ງຮາກ ຖານພັກໃໝ່ 8 ຫົວໜ່ວຍ, ຍຸບ 3 ຫົວໜ່ວຍ, ມອບໂອນ 1 ຫົວໜ່ວຍ, ຍົກຖານະໜ່ວຍພັກຮາກຖານເປັນຄະນະພັກຮາກຖານ 1 ຫົວໜ່ວຍ ແລະ ປ່ຽນຊື່ 1 ຫົວໜ່ວຍ, ສໍາເລັດກອງປະຊຸມຄົ້ນຄວ້າ-ຊັ່ງຊາຜົນການຄັດ ເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022; ເຊິ່ງມີຮາກ ຖານພັກທັງໝົດ 277 ໜ່ວຍ; ໃນນັ້ນ, ນໍາສະເໜີຂັ້ນເທິງຮັບຮອງ, ສາມາດຕີລາຄາໜ່ວຍພັກ ທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈໍານວນ 210 ໜ່ວຍ ແລະ ນໍາສະເໜີຂັ້ນເທິງຮັບຮອງ.

ຊຸກຍູ້ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ ໂດຍສຸມໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ, 4 ບຸກ ຂອງຊາວໜຸ່ມ ແລະ 5 ເປັນເຈົ້າຂອງກໍາມະບານ, ຕິດພັນກັບຂະບວນການວຽກງານວິຊາສະເພາະ, ວຽກງານກິລາ, ສິລະປະວັນນະຄະດີ ແລະ ອອກແຮງງານ ເປັນຂະບວນຟົດຟື້ນ, ພົ້ນເດັ່ນແມ່ນ ອອກຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະຊາວໜຸ່ມ ຈໍານວນ 21 ໜ່ວຍ ແລະ ຢັ້ງຢືນໜ່ວຍຊາວໜຸ່ມຮາກຖານ ເປັນໜ່ວຍ 4 ບຸກ ຈໍານວນ 25 ໜ່ວຍ, ອອກຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍສະຫະພັນແມ່ຍິງຮາກຖານຈໍານວນ 8 ໜ່ວຍ ມີ 10 ສະຫາຍ.

ທິດທາງແຜນການ 6 ເດືອນຕົ້ນປີ 2023, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກກົກໃນ ການກໍ່ສ້າງປັບປຸງພັກ, ໂດຍຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ສ້າງໃຫ້ການຈັດຕັ້ງພັກ ແລະ ສະມາຊິກ ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນປັດໄຈ ສໍາຄັນສ້າງກໍາລັງແຮງ ແຫ່ງຄວາມເປັນເອກະພາບດ້ານການເມືອງ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ຕົວຈິງເພື່ອຕີຖອຍແນວຄິດ ແລະ ຄວາມເຂົ້າໃຈຜິດເຂວ, ຄອງເດີມ, ສ້າງຄວາມເຂົ້າໃຈອັນຖືກຕ້ອງ ແລະ ຫັນປ່ຽນສູ່ແນວ ຄິດໃໝ່ທີ່ກ້າວໜ້າ, ຍົກສູງຄວາມເປັນເຈົ້າການໃນການຄົ້ນຄວ້າ, ປະດິດສ້າງຕິດພັນກັບການແກ້ໄຂບັນຫາຕົວຈິງດ່ານການຈັດຕັ້ງ, ນະໂຍບາຍ ຢ່າງສົມເຫດສົມຜົນ; ສ້າງແຜນການ, ນິຕິກໍາ ກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບການຄົ້ນຄວ້າສ້າງແຜນຝຶກອົບຮົມກັບທີ່, ເປັນຕົ້ນກໍານົດຄືນວິທີການ, ຮູບການ, ບັນດາເອກະສານ ແລະ ເນື້ອໃນທີ່ຈະນໍາມາສຶກສາອົບຮົມໃຫ້ເລິກເຊິ່ງ, ແທດເໝາະກັບຄວາມຮັບຜິດຊອບການເມືອງຂອງແຕ່ລະເປົ້າໝາຍ, ພ້ອມນັ້ນກໍ່ດໍາເນີນຊີວິດການເມືອງປະຈໍາປີ ຢູ່ແຕ່ລະກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ; ສຸມໃສ່ປັບປຸງ-ກໍ່ສ້າງພັກ ໃຫ້ຮັບປະກັນທັງ 4 ດ້ານຄື: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ກະກຽມຈັດຕັ້ງດໍາເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກກະຊວງສະໄໝທີ V, ພ້ອມທັງສໍາຫຼວດກວດກາການນໍາພາພາຍໃນຄະນະພັກ ແລະ ບຸກຄົນໃນຄະນະພັກ, ຊີ້ນໍາການສ້າງແຜນຝຶກອົບຮົມວຽກງານພັກ-ວຽກງານການເມືອງໃຫ້ເລຂາ, ຮອງເລຂາ ແລະ ຄະນະພັກ ຂອງບັນດາຮາກຖານພັກແຕ່ລະຂັ້ນ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະ ຊຸກຍູ້ຂະບວນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີແຕ່ລະປີໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ ແລະ ຮັບປະກັນໄດ້ຄຸນນະ ພາບ; ປັບປຸງຄະນະກວດກາພັກແຕ່ລະຂັ້ນໃຫ້ເປັນລະບົບ, ຊຸກຍູ້ການເຄື່ອນໄຫວປະຕິບັດພາລະບົດບາດວຽກງານກວດ ກາ-ກວດການ, ລົງຕິດຕາມກວດກາ ການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນຢ່າງເປັນປົກກະຕິ ແລະ ທົ່ວເຖິງ ເພື່ອເຮັດໃຫ້ຮາກຖານພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີວຽກງານກວດກາ-ປ້ອງກັນກໍາລັງ, ຊີ້ນໍາການສ້າງ ແລະ ປັບປຸງນິຕິກໍາໃຫ້ເປັນລະບົບ ຕິດພັນກັບການສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ໃນກໍາລັງເຂັ້ມງວດ ແລະ ທັນການ;

ສືບຕໍ່ຊຸກຍູ້ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນໂດຍສຸມໃສ່ປະຕິບັດຂໍ້ ແຂ່ງຂັນຂອງຕົນ ຕິດພັນກັບຄໍາຂວັນຮັກຊາດ-ພັດທະນາໃຫ້ແຂງແຮງ ແລະ ເປັນຂະບວນຟົດຟື້ນ, ສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງຊາຍໃຫ້ເປັນຮູບປະທໍາ.