ພັອ ເພັດນ້ອຍ ລໍລອນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງກອງບັນຊາການທະຫານຊາຍແດນແຂວງເຊິນລາ ສສ ຫວຽດນາມ ຄົບຮອບ 60 ປີ ໃນວັນທີ 3 ມັງກອນ 2023, ທີ່ສະໂມສອນຂອງແຂວງ ເຊິນລາ ສສ ຫວຽດນາມ.

ກອງບັນຊາການທະຫານຊາຍແດນ ແຂວງເຊິນລາ ໄດ້ສັ້ງຕັ້ງຂຶ້ນໃນວັນທີ 3 ມັງກອນ ປີ 1963, ຕະຫຼອດໄລຍະ 60 ປີຜ່ານມາ, ດ້ວຍບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງນາຍ ແລະ ພົນທະຫານຊາຍແດນໄດ້ເປັນກຳລັງແຮງໃນການ ຕໍ່ສູ້ ປົກປັກຮັກສາອະທິປະໄຕຜືນແຜ່ນດິນແລະຄວາມປອດໄພຢູ່ ລຽບຕາມຊາຍແດນ , ບໍ່ວ່າຍາມໃດ ກໍໄດ້ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ໄດ້ເອົາໃຈໃສ່ຮັກສາການພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງພະນັກງານ, ນັກຮົບ ແລະ ປະຊາຊົນ. ຕະຫຼອດໄລຍະ 60 ປີ ແຫ່ງການເຕີບໃຫຍ່ ຂອງກອງບັນຊາການທະຫານຊາຍແດນແຂວງເຊິນລາ, ພັກ ແລະ ລັດຖະບານ ສສ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານ 46 ຫຼຽນ, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊແຮງງານ 16 ຫຼຽນ, ຫຼຽນໄຊອິດສະຫຼະ 109 ຫຼຽນ, ຫຼຽນໄຊມິດຕະພາບ ແລະ ຫຼຽນກາລະນຶກ 208 ຫຼຽນ ໃຫ້ກົມກອງ ແລະ ບຸກຄົນທີ່ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເຊິນລາ.

ເນື່ອງໃນໂອກາດ ທີ່ ພັອ ເພັດ ນ້ອຍ ລໍລອນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງກອງບັນຊາການທະຫານຊາຍແດນແຂວງເຊິນລາ ຄົບຮອບ 60 ປີ, ທ່ານໄດ້ຕາງໜ້າໃຫ້ນາຍ ແລະ ພົນຕໍາຫຼວດ ແຂວງຫົວພັນ ອວຍພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ແລະ ກອງບັນຊາການຕຳຫຼວດແຂວງເຊິນລາ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ແລະ ສືບຕໍ່ຊີ້ນຳ-ນຳພາກອງບັນຊາການທະຫານຊາຍແດນ ແລະ ກອງບັນຊາການຕຳຫຼວດແຂວງເຊິນລາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.