ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຕາມຊາຍແດນ ລາວ-ຫວຽດນາມ ລະຫວ່າງ ຫ້ອງຕຳຫຼວດກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ກັ ຫ້ອງຕຳຫຼວດ ປກສ ແຂວງກວາງບິ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນທີ່ກອງບັັນຊາການປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໃນອາທິດຜ່ານມາ; ເຊິ່ງຝ່າຍລາວນຳ ໂດຍ ພັນໂທ ວົງຄຳ ອິນທະບານ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ, ຝ່າຍຫວຽດນາມ ນໍາໂດຍ ພັນໂທ ຫວໍ ແທັງ ບັ່ງ ຮອງຫ້ອງຕຳຫຼວດສະກັດກັ້ນ ແລະ ປາບ ປາມຢາເສບຕິດ ປກສ ແຂວງກວາງບິ່ງ ພ້ອມຄະນະ, ມີບັນດາຄະນະຫ້ອງຕຳຫຼວດ ປກສ ແຂວງ ທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການທີ່ພົວພັນເຖິງຄວາມບໍ່ສະຫງົບຂອງສອງແຂວງ ໃຫ້ກັນຊາບ, ເປັນຕົ້ນແມ່ນການຄ້າຂາຍຢາເສບຕິດຕາມຊາຍແດນລາວ-ຫວຽດນາມ ເປັນຕົ້ນແມ່ນຮູບແບບ ແລະ ເລ່ລ່ຽມຂອງພວກເຂົ ແມ່ນມີການປ່ຽນແປງໄປເລື້ອຍໆ ໂດຍພວກເຂົາໄດ້ນຳໃຊ້ເສັ້ນທາງຂົນສົ່ງຢາເສບຕິດປະເພດຕ່າງໆ, ຕາມທາງທຳມະຊາດ ເຊັ່ນ: ທາງບົກ ແລະ ທາງນ້ຳ.

ນອກຈາກນີ້, ການຈໍາກັດປະຊາຊົນທີ່ດໍາລົງຊີວິດຕາມຊາຍແດນແມ່ນບໍ່ສາມາດກີດກັ້ນໄດ້, ເພາະປະຊາຊົນທັງສອງຝ່າຍມີການໄປມາຫາສູ່ກັນ ບໍ່ໄດ້ຜ່ານດ່ານປະເພນີທີ່ທາງການກຳນົດໃຫ້. ຕໍ່ກັບບັນຫາຢາເສບຕິດທີ່ເກີດຂຶ້ນຕາມຊາຍແດນລາວ-ຫວຽດນາມ ໃນປັດຈຸບັນ, ທາງພັກ-ລັດຖະບານທັງສອງຝ່າຍ, ກໍໄດ້ມີການສຸມໃສ່ຢ່າງຈິງຈັ່ງ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັນ, ໂດຍສະເພາະກອງບັນຊາການ ປກສ ແຂວງສະຫວັນນະເຂດ ກັບ ກອງບັນຊາການ ປກສ ແຂວງກວາງບິງ ໄດ້ເປັນເຈົ້າການໃນການປະສານສົມທົບ, ກຳແໜ້ນສະພາບການ, ສະກັດກັ້ນ ແລະ ແກ້ໄຂບັນດາເປົ້າ ໝາຍອາຊະຍາກຳທີ່ລະເມີດລະບຽບກົດໝາຍຢູ່ລຽບຕາມຊາຍແດນລາວ-ຫວຽດນາມ, ພ້ອມກັນປະກອບສ່ວນຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນລາວ-ຫວຽດນາມ ໃຫ້ດີຂຶ້ນໄປເລື້ອຍໆ.

ພ້ອມກັນນີ້, ຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງກວາງບິງ ສສ ຫວຽດນາມ ຍັງໄດ້ນຳເອົາເຄື່ອງກວດຢາເສບຕິດຈຳນວນໜຶ່ງມອບໃຫ້ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ສປປ ລາວ ເພື່ອເຮັດໃຫ້ການຈັດຕັ້ງວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຕາມຊາຍແດນລາວ-ຫວຽດ ນາມ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.