ພິທີປິດການບໍາບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຊຸດທີ I ຢູ່ກຸ່ມຈະເລີນໄຊ ເມືອງລອງ ແຂວງຫຼວງນ້ຳທາ ຈັດຂຶ້ນອາທິດຜ່ານມາ, ໂດຍມີທ່ານ ບຸນຈັນ ສຸດທິປັນຍາ ເຈົ້າເມືອງລອງ, ມີກໍາມະການປະຈໍາພັກເມືອງ, ຄະນະຮັບຜິດຊອບການບໍາບັດຢາເສບຕິດຂັ້ນເມືອງ, ອົງການຈັດຕັ້ງບ້ານ, ເລຂາ ຄະນະພັກຮາກຖານແລະຜູ້ບໍາບັດຢາເສບຕິດ ເຂົ້າຮ່ວມ.

ພັທ ໄມ່ຄໍາ ສາບຸນທະວີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການບໍາບັດຢາເສບຕິດຢູ່ກຸ່ມຈະເລີນໄຊ, ເຊິ່ງໄດ້ເລີ່ມບໍາບັດ, ປີ່ນປົວຟື້ນຟູສຸຂະພາບຜູ້ຕິດຢາເສບຕິດມາແຕ່ວັນທີ 14-29 ທັນວາ 2022,ໃຊ້ເວລາ 14 ວັນ, ໂດຍມີ 2 ບ້ານ ທີ່ເຂົ້າຮ່ວມການ ບໍາບັດ ຄື: ບ້ານຈະເລີນໄຊ ແລະ ບ້ານໂພນສະຫວ່າງ ມີຜູ້ຕິດຢາເສບຕິດທັງໝົດ 303 ຄົນ ຍິງ 54 ຄົນ. ໃນນີ້, ມີຜູ້ເຂົ້າຮັບການບໍາບັດຕົວຈິງໃນຊຸດທີ 1 ຈໍານວນ 40 ຄົນ ຍິງ 5 ຄົນ.

ໃນພິທີ, ທ່ານ ບຸນຈັນ ສຸດທິ ປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດວຽກງານຂອງຕົນ ຈົນໄດ້ຮັບຜົນສໍາເລັດ, ພ້ອມທັງເນັ້ນໜັກມາຍັງຜູ້ທີ່ໄດ້ຮັບການບໍາບັດ ຈົ່ງຮັກສາສຸຂະພາບ ແລະ ກັບຄືນສູ່ຄອບຄົວ ເພື່ອພັດທະນາຊິວິດການເປັນຢູ່ໃຫ້ດີຂຶ້ນ ກວ່າເກົ່າ, ພ້ອມຮຽກຮ້ອງໃຫ້ເລຂາຄະນະພັກຮາກຖານ, ອົງການ, ຈັດຕັ້ງບ້ານໃຫ້ເອົາໃຈໃສ່ຕິດຕາມ, ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າ ໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ຕິດພັນກັບການຈັດຕັ້ງປະຕິບັດຕາມເນື້ອໃນວາລະແຫ່ງຊາດໃຫ້ໄດ້ຮັບຜົນສໍາເລັດ.