ໃນວັນທີ 10 ມັງກອນ 2023, ສາມອົງການຈັດຕັ້ງມະຫາຊົນ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມບໍລິເວນອ້ອມຂ້າງກົມທາງດ້ານໃນ ແລະ ດ້ານນອກ ໂດຍການນໍາພາຂອງ ພັທ ບຸນແກ້ວ ບຸນມາວົງຄໍາ ເລຂາຄະນະບໍລິການງານຊາວໜຸ່ມກົມໃຫຍ່ພະລາທິການ, ມີນາຍ ແລະ ພົນຕຳຫຼວດ ຈາກສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ການສ້າງຂະບວນການຄັ້ງນີ້, ເພື່ອເປັນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດ ແລະ ຂອງກຳລັງພະລາທິການ ປກສ ໂດຍສະເພາະແມ່ນ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມວຽກງານພະລາທິການປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 ທີ່ຈະໄດ້ຈັດຂຶ້ນໃນວັນ ທີ 12-13 ມັງກອນ 2023 ແລະ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 74 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ທີ່ໃກ້ຈະມາເຖິງນີ້.

ການອະນາໄມໄດ້ພ້ອມກັນປັດກວດເດີ່ນອ້ອມຂ້າງກົມໃຫຍ່, ໂຮງໝໍ 5 ເມສາ ພ້ອມທັງປັດກວາດຂີ້ເຫຍື່ອທາງດ້ານໃນ ແລະ ດ້ານນອກກໍາແພງ, ສະຖານທີ່ຫ້ອງການເຮັດວຽກພາຍໃນກົມໃຫຍ່ພະລາທິການໃຫ້ມີຄວາມສະອາດຈົບງາມ.