ຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວຊີ້ນຳ-ນຳພາວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 10 ມັງກອນ 2023, ເປັນປະທານໂດຍ ສະຫາຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມ 512, ມີບັນດາຄະນະພັກ-ຄະນະບັນຊາພາຍໃນກົມ ເຂົ້າຮ່ວມ.

ພັອ ປອ ບັນເທົາ ພິມພິສານ ຮອງເລຂາຄະນະພັກ ຮອງຫົວໜ້າກົມ 512 ຜ່ານບົດສະຫຼຸບ ວ່າ:

ໃນໄລຍະຜ່ານມາ, ຄະນະພັກກົມ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ປັບປຸງແບບແຜນ, ວິທີການນຳພາ, ແບບແຜນວິທີເຮັດວຽກດ້ວຍຫຼາຍຮູບການຢ່າງປະດິດສ້າງ ເພື່ອເຮັດໃຫ້ຄະນະພັກຮາກຖານ ສືບຕໍ່ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ສະມາຊິກມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ, ດຳເນີນການຄຸ້ມຄອງປ້ອງກັນ, ຕິດຕາມກວດກາ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນຢູ່ພາຍໃນໄດ້ທັນການ, ຊຸກຍູ້ບັນດາໜ່ວຍພັກ, ຈຸພັກເປັນເຈົ້າການ ແລະ ດຳເນີນບົດບາດນຳໜ້າໃນທຸກໜ້າທີ່ວຽກງານ ເພື່ອເຮັດໃຫ້ການຈັດຕັ້ງພັກມີຄວາມເຂັ້ມແຂງ, ໜັກແໜ້ນ, ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະສະຫາຍ ທັງເປັນການສົ່ງເສີມກໍ່ສ້າງພະນັກງານສືບທອດປ່ຽນແທນຢ່າງຕໍ່ເນື່ອງ.

ໃນຕໍ່ໜ້າ, ຄະນະພັກຮາກຖານກົມ ຈະປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ມີຄວາມຄ່ອງຕົວ ແລະ ໜັກແໜ້ນເຂັ້ມແຂງ, ໂປ່ງໃສສືບຕໍ່ບຸກບືນກໍ່ສ້າງພັກ, ສະມາຊິກພັກປອດໃສແຂງໜັກແໜ້ນ, ປະຕິບັດຫຼັກການນຳພາລວມສູນປະຊາທິປະໄຕຂອງພັກ, ບຸກຄົນຂຶ້ນກັບ ການຈັດຕັ້ງຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ເຮັດວຽກມີແບບແຜນທັນສະໄໝ ພ້ອມທັງເອົາໃຈໃສ່ວຽກງານຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຖືຄຸນນະພາບເປັນຫຼັກ.