ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປະກາດປັບປຸງກົງຈັກການຈັດຕັ້ງພາຍໃນກົມ ໃນວັນທີ 4 ມັງກອນ 2023, ເປັນປະທານໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະບັນຊາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງກົມ ເຂົ້າຮ່ວມ.

ພັທ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດໂຄງຮ່າງການຈັດ ຕັ້ງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖາານ, ເຊິ່ງປະກອບມີ 1 ຫ້ອງການ, 10 ພະແນກ ແລະ 11 ກອງກໍ່ສ້າງຮາກຖານ; ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະ ຫງົບ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ ຈຳນວນ 21 ສະ ຫາຍ; ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ; ຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງຫົວໜ້າ-ຮອງໜ່ວຍງານຂອງຫ້ອງການກົມ, ບັນດາພະແນກ; ຂໍ້ຕົກລົງສະບັບເລກທີ 8498/ຄກຖ ລົງວັນທີ 29 ທັນວາ 2022 ວ່າດ້ວຍການຍົກຍ້າຍ, ຊັບຊ້ອນພະນັກງານເຂົ້າໃສ່ບັນດາພະແນກອ້ອມຂ້າງກົມ ແລະ ຂໍ້ຕົກລົງ 9000/ຄກຖ ລົງວັນທີ 29 ທັນວາ 2022 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດຂັ້ນໜ່ວຍງານຂອງຫ້ອງການກົມ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 30 ສະຫາຍ.

ພົຈວ ໜູໃບ ອິນທິສານ ໄດ້ໂອ້ລົມຕໍ່ນາຍຕຳຫຼວດທີ່ຖືກຍົກຍ້າຍ, ແຕ່ງຕັ້ງໜ້າທີ່ໃໝ່ໃນການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ເຊິ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍນາຍຕຳຫຼວດທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຜູ້ທີ່ຖືກຍົກຍ້າຍ ແລະ ໄດ້ຮັບການແຕ່ງຕັ້ງເອົາໃຈໃສ່ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້, ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຕໍ່ກັບຜູ້ທີ່ໄດ້ຮັບຕຳແໜ່ງໃໝ່, ກໍໃຫ້ເອົາໃຈໃສ່ປະຕິບັດມະຕິ, ຄຳສັ່ງ, ລະບຽບຂອງການຈັດຕັ້ງດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດໃນແຕ່ລະໄລຍະ.