ກະຊວງ ປກສ ຈັດພິທີເຊັນສັນຍາຮ່ວມມືວ່າດ້ວຍ ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ (LED) ແລະ ປ້າຍບິວບອດ ກັບ ກຸ່ມບໍລິສັດ ທະວີຊັບ ໃນວັນທີ 9 ມັງກອນ 2023, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງ-ຂົວທາງ ຈໍາກັດ ຜູ້ດຽວ, ມີຄະນະພັກ, ຄະນະນໍາກະຊວງ, ກົມໃຫຍ່ ພ້ອມດ້ວຍນາຍຕໍາຫຼວດກົມກອງອ້ອມຂ້າງ ກະຊວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

+ ທ່ານ ສຸກດາລາ ນໍລະແສງ ກ່າວວ່າ:

ການເຊັນສັນຍາຮ່ວມມືວ່າດ້ວຍ ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ (LED) ແລະ ປ້າຍບິວບອດ ຄັ້ງນີ້ ກໍເພື່ອເປັນການຮັບໃຊ້ວຽກງານວາລະວັນສຳຄັນຕ່າງໆຂອງພັກ-ຂອງລັດ ແລະ ໃຫ້ບໍລິການກັບສັງຄົມ ໃນການໂຄສະນາປູກຈິດສໍານຶກໃຫ້ສັງຄົມ ມີຄວາມຮັບຮູ້ທີ່ດີຂຶ້ນກວ່າເກົ່າຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ວຽກງານປ້ອງກັນຄວາມສະຫງົບ.

ພິເສດ ແມ່ນເພື່ອສ້າງຄວາມວ່ອງໄວ, ທັນສະໄໝໃນການໂຄສະນາວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ. ພ້ອມນັ້ນ, ກໍເປັນອີກບາດກ້າວໜຶ່ງໃນການສົ່ງເສີມການໂຄສະນາ ໃນ ສປປ ລາວ ໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ; ສຳລັບການຮ່ວມມືໃນຄັ້ງນີ້ ແມ່ນມີອາຍຸສັນຍາ 15 ປີ ນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ, ພາຍຫຼັງສັນຍາສິ້ນສຸດລົງ ແມ່ນສາມາດຕໍ່ອາຍຸໄດ້ຕາມການຕົກລົງເຫັນດີຂອງຄູ່ສັນຍາ, ສໍາລັບການລົງທຶນ ແມ່ນທາງບໍລິສັດເປັນຜູ້ລົງທຶນ 100%.

ປັດຈຸບັນ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທາງບໍລິສັດໄດ້ຄາດວ່າ ຈະໃຫ້ສໍາເລັດຕາມແຜນການ ເປັນຕົ້ນແມ່ນ: ດ້ານທຶນຮອນ, ດ້ານການກໍ່ສ້າງຕິດຕັ້ງ ແລະ ມີເຕັກນິກ, ວິຊາການຈັດການບໍລິຫານ ເພື່ອສ້າງລາຍຮັບ ກໍຄື ຜົນປະໂຫຍດທາງດ້ານເສດຖະກິດທີ່ສູງສຸດ ໃຫ້ທັງສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ, ບໍລິສັດ ແລະ ສັງຄົມ.

ຈາກນັ້ນ, ໃນພິທີກໍໄດ້ມີການລົງລາຍເຊັນໃສ່ບົດສັນຍາຮ່ວມມືວ່າດ້ວຍ ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ (LED) ແລະ ປ້າຍບິວບອດ, ຝ່າຍກະຊວງ ປກສ ລົງນາມເຊັນໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຝ່າຍກຸ່ມບໍລິສັດ ທະວີຊັບ ລົງນາມເຊັນໂດຍ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງ-ຂົວທາງ ຈໍາກັດ ຜູ້ດຽວ, ໂດຍມີ ພົຕ ວັນທອງ ກອງມະນີ ແລະ ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຄີພະຍານ.