ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ, ປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂ ຈຳນວນ 93 ສະຫາຍ ຍິງ 19 ສະຫາຍ ໃນວັນທີ 10 ມັງກອນ 2023, ປະດັບຊັ້ນໂດຍ ພັອ ທອງພັດ ແສນສຸວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາບັນດາຫ້ອງ, ກອງພັນ, ສູນຝຶກອົບຮົມ, ກອງຮ້ອຍເອກະລາດ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັຕ ສຸລິນ ຈັນທະລາດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງ ກອງບັນຊາການປ້ອງກັນເຄື່ອນທີ່ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນເຄື່ອນທີ່ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ຍິງ 2 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 88 ສະຫາຍ ຍິງ 17 ສະຫາຍ

ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໂດຍເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີມີຄຸນນະພາບ ໃນສະເພາະໜ້າ ແລະ ຍາວນານ.