ໃນວັນທີ 12 ມັງກອນ 2023, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົຕ ຫງຽນ ຢຸຍ ຫງອກ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບລາວ ໃນລະຫວ່າງວັນທີ 11-12 ມັງກອນນີ້.

ໂອກາດເຂົ້າຢ້ຽມຂໍ່ານັບ, ພົຕ ຫງຽນ ຢຸຍ ຫງອກ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ລາຍງານຜົນສຳເລັດໃນການພົບປະເຮັດວຽກຮ່ວມກັບ ຄະນະນຳ ກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຮັບຊາບ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນການຮ່ວມມືຂອງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃນໄລຍະ 1 ປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ສະພາບການຕ້ານ ແລະ ສະກັດກັ້ນອາຊະຍາກໍາຢາເສບຕິດ, ຄວາມຄືບໜ້າຂອງໂຄງການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາຊົນ, ໂຄງການກໍ່ສ້າງລະບົບຖານຂໍ້ມູນປະຊາກອນແຫ່ງຊາດ ແລະ ອອກບັດປະຈຳຕົວພົນລະເມືອງລາວ ເພາະວຽກງານດັ່ງກ່າວ ເປັນວຽກພື້ນຖານຂອງທຸກຂົງເຂດວຽກງານວິຊາສະເພາະ ໂດຍສະເພາະແມ່ນ ການເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍອາຊະຍາກຳປະເພດຕ່າງໆ.

ໂອກາດດັ່ງກ່າວນີ້, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການພົບປະຄັ້ງນີ້ຂອງ ຄະນະນຳທັງສອງກະຊວງ, ທ່ານໄດ້ມີຄຳເຫັນ ແລະ ເນັ້ນໃຫ້ ຄະນະນຳທັງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄື ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍຂອງສັງຄົມ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ.