ພົຕ ຫງວຽນ ຢຸຍ ຫງອກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຫ້ອງການ ປກສ ກຸ່ມ 5 ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 11 ມັງກອນ 2023, ໃຫ້ການຕ້ອນຮັບໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ.

ໃນພິທີ, ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບສິດ, ພາລະບົດບາດ ແລະ ການປະຕິບັດໜ້າທີ່ຂອງກຳລັງ ປກສ ກຸ່ມບ້ານ ໃຫ້ຄະນະຜູ້ແທນຫວຽດນາມຮັບຊາບ; ຈາກນັ້ນ, ພັທ ຊື່ວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມ 5 ວັງຊາຍ ໄດ້ລາຍງານການປະຕິບັດວຽກງານຜ່ານມາ ຂອງກຸ່ມບ້ານ ໂດຍເຄື່ອນໄຫວໃກ້ຊິດຕິດແທດ, ຕິດຕາມ, ຊອກຮູ້, ກຳແໜ້ນສະພາບການຮອບດ້ານ ຕໍ່ຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ໂດຍສະເພາະແມ່ນ ການສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ 4 ວຽກຕົ້ນຕໍ ຄື:

ວຽກງານກວດກາຄຸ້ມຄອງສໍາມະໂນຄົວ, ປັບປຸງ ປກສ ບ້ານ, ວຽກງານປ້ອງກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ວຽກງານກວດກາຄຸ້ມຄອງຄົນຕ່າງປະເທດ ແລະ ວຽກງານຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.

ໃນນີ້, ໄດ້ສຶກສາອົບຮົມເປົ້າໝາຍຫຍໍ້ທໍ້ປະເພດຕ່າງໆ ທີ່ມີຄວາມສ່ຽງພົວພັນກັບ ປະກົດການຫຍໍ້ທໍ້ໃນສັງຄົມ 123 ຄົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ 84 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 32 ຄົນ ຍິງ 7 ຄົນ.

ບັນຫາຕົ້ນຕໍແມ່ນ ລັກຊັບພົນລະເມືອງ, ມົ້ວສຸມຢາເສບຕິດ ແລະ ຊື້-ຂາຍຢາເສບຕິດ, ສາມາດແກ້ໄຂຢູ່ຂັ້ນບ້ານໄດ້ 14 ຄົນ ຍິງ 4 ຄົນ, ສົ່ງໃຫ້ ປກສ ເມືອງ ດຳເນີນຄະດີຕາມກົດໝາຍ 18 ຄົນ ແລະ ໄດ້ຕິດຕາມ, ຄຸ້ມຄອງເປົ້າໝາຍທີ່ມີການເຄື່ອນໄຫວ 48 ຄົນ ຍິງ 4 ຄົນ.

+ ພົຕ ຫງວຽນ ຢຸຍ ຫງອກ ຮອງລັດຖະມົນຕີ ກ່າວວ່າ:

ກໍາລັງປ້ອງກັນຄວາມສະຫງົບກຸ່ມບ້ານ ແມ່ນກໍາລັງໜຶ່ງທີ່ເຮັດໜ້າທີ່ອັນໜັກໜ່ວງ ເຖິງຈະມີໜ້ອຍ ແຕ່ການປະຕິບັດວຽກງານມີຫຼາຍ, ເຊິ່ງບົດຮຽນຢູ່ຫວຽດນາມ ກໍາລັງກຸ່ມບ້ານ ຈະເຮັດໜ້າທີ່ໃນການເກັບກໍາຈໍານວນພົນລະເມືອງ, ຂຶ້ນບັນຊີເປົ້າໝາຍຕ່າງໆ, ເມື່ອມີເຫດການອາຊະະຍາກໍາເກີດຂຶ້ນ ກຳລັງດັ່ງກ່າວຈະເປັນຕົ້ນຜູ້ດຳເນີນການຊ່ວຍໃນເລື່ອງແກ້ໄຂຄະດີ ເປັນຕົ້ນແມ່ນ: ຄະດີຄາດຕະກໍາ, ຍາດຊິງຊັບ, ລັກຊັບ, ປຸ້ນຊັບ ແລະອື່ນໆ.

ຕໍ່ກັບຄະດີດັ່ງກ່າວທີ່ເກີດຂຶ້ນ ຖ້າວ່າກໍາລັງ ປກສ ກຸ່ມບ້ານ ຫາກເກັບກໍາບັນຊີພົນລະເມືອງພາຍໃນກຸ່ມບ້ານບໍ່ໄດ້ ຈະເຮັດໃຫ້ການແກ້ໄຂຄະດີຫຍຸ້ງຍາກ; ສະນັ້ນ, ຮຽກຮ້ອງໃຫ້ ຄະນະນໍາ ກະຊວງ ປກສ ແລະ ຄະນະຮັບຜິດຊອບກໍາລັງ ປກສ ກຸ່ມບ້ານຂອງລາວ ຈົ່ງໃຫ້ຄວາມສໍາຄັນຕໍ່ກັບກຳລັງດັ່ງກ່າວ, ຊີ້ນໍາ-ນໍາພາຢ່າງເປັນປົກກະຕິ, ສ່ວນກໍາລັງກຸ່ມບ້ານ ຕ້ອງເກັບກໍາສະຖິຕິພົນລະເມືອງໃຫ້ດີ, ກໍາໃຫ້ໄດ້ທຸກເປົ້າໝາຍຢູ່ພາຍໃນກຸ່ມ, ເມື່ອມີເຫດການຄວາມບໍ່ສະຫງົບເກີດຂຶ້ນ ບັນດາທ່ານຈະປະຕິບັດໜ້າທີ່ ແລະ ແກ້ໄຂໄດ້ຢ່າງງ່າຍດາຍ.