ກອງປະຊຸມພົບປະສອງຝ່າຍລະຫວ່າງ ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ມັງກອນ 2023 ທີ່ກະຊວງ ປກສ, ເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ພົຕ ຫງວຽນ ຢຸຍ ຫງອກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍ ໄດ້ເປັນເອກະພາບ ແລະ ຕີລາຄາຜົນສຳເລັດໃນການປະຕິບັດແຜນການຮ່ວມມືຂອງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ສະພາບການຕ້ານ ແລະ ສະກັດກັ້ນອາຊະຍາກຳຢາເສບຕິດ, ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາຊົນ ຢູ່ບ້ານໂນນ​ສະ​ອາດ ເມືອງໄຊທານີ, ຢ້ຽມຢາມຫ້ອງການ ປກສ ກຸ່ມ 5 ບ້ານວັງຊາຍ ເມືອງໄຊເສດຖາ, ໂຄງການກໍ່ສ້າງສູນບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ໂຄງການກໍ່ສ້າງລະບົບຖານຂໍ້ມູນປະຊາກອນແຫ່ງຊາດ ແລະ ອອກບັດປະຈຳຕົວພົນລະເມືອງລາວ ເພາະວຽກງານດັ່ງກ່າວເປັນວຽກພື້ນຖານຂອງທຸກຂົງເຂດວຽກງານວິຊາສະເພາະ ໂດຍສະເພາະແມ່ນ ການເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍອາຊະຍາກຳປະເພດຕ່າງໆ.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ:

ການປະຕິບັດສັນຍາຮ່ວມມື ລະຫວ່າງ ສອງກະຊວງ ຕະຫຼອດໄລຍະ 1 ປີ ຜ່ານມາ, ສອງກະຊວງ, ກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ ແຮກສ່ຽວ ແລະ ປກສ ແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ຂ່າວວິຊາສະເພາະທີ່ມີການພົວພັນເຖິງຄວາມສະຫງົບຂອງສອງປະເທດ, ປະຕິບັດຕາມເນື້ອໃນແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈຳປີ 2022 ທີ່ສອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໄດ້ລົງນາມກັນ ໃນເດືອນມັງກອນ 2022 ແລະ ແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2023 ທີ່ໄດ້ລົງນາມກັນ ໃນວັນທີ 25 ຕຸລາ 2022 ເຊິ່ງມີເນື້ອໃນສໍາຄັນເປັນພື້ນຖານໃຫ້ສອງກະຊວງ ສືບຕໍ່ພົວພັນຮ່ວມມືກັນໃຫ້ໜັກແໜ້ນຂຶ້ນຕື່ມ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດເປັນ​ຢ່າງ​ດີ.

ພົ​ຕ ຄຳ​ກິ່ງ ຜຸຍຫຼ້າມະນີວົງ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ເຖິງວ່າກອງປະຊຸມໄດ້ດໍາເນີນໄປດ້ວຍເວລາອັນສັ້ນ ແຕ່ກໍເຕັມໄປດ້ວຍບັນຍາກາດອັນດີຖານເພື່ອນມິດສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ທັງ​ສອງ​ຝ່າຍ ໄດ້ມີການປຶກສາຫາລືບັນຫາທີ່ສໍາຄັນ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.