ຄະນະພັກ-ຄະນະບັນຊາກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ວາງຄາດໝາຍຈຸດສຸມໃນປີ 2023 ຈະສືບຕໍ່ຕິດຕາມ-ຊຸກຍູ້ບັນດາກົມກອງ ແລະ ທ້ອງຖິ່ນ ຄົ້ນຄວ້າກໍານົດວັນສ້າງຕັ້ງ ແລະ ຂຽນປຶ້ມປະຫວັດ-ມູນເຊື້ອໃຫ້ສໍາເລັດ.

ພັອ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກ່າວໃນກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 11 ມັງ ກອນ 2023 ໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ ເປັນປະທານກອງປະຊຸມວ່າ: ໃນປີ 2023, ຄະນະພັກ-ຄະນະບັນຊາໄດ້ວາງຄາດໝາຍຈຸດສຸມປະຕິບັດຫຼາຍວຽກງານໃຫ້ສໍາເລັດຕາມແຜນການ, ເຊິ່ງໜຶ່ງໃນນັ້ນ, ກໍແມ່ນວຽກງານສືບຕໍ່ຕິດຕາມຊຸກຍູ້ບັນດາກົມກອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄົ້ນຄວ້າວັນສ້າງຕັ້ງ ແລະ ຂຽນປຶ້ມປະ ຫວັດ- ມູນເຊື້ອຂອງຕົນໃຫ້ສໍາເລັດ; ຈະນໍາສະເໜີກະຊວງ ປກສ ຕົກລົງອະນຸມັດກ່ຽວກັບການສະຫຼຸບເຫດການປະຫວັດສາດ ການແກ້ໄຂຄະດີປຸ້ນຊັບ 2 ລ້ານໂດລາສະຫະລັດ ຢູ່ສະໜາມບິນສາກົນວັດໄຕໃນປີ 1992, ຕິດຕາມການສ້າງແຜນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຈັດຕັ້ງການຄົ້ນຄວ້າສະຫຼຸບເຫດການດັ່ງກ່າວ, ສ້າງ ແຜນການ ແລະ ງົບປະມານ ນໍາສະ ເໜີກະຊວງພິຈາລະນາກ່ຽວກັບການຂຽນປະຫວັດ ແລະ ສໍາພາດອະດີດການນໍາກະຊວງ ປກສ, ຄົ້ນຄວ້າຮ່າງນິຕິກໍາກ່ຽວກັບການສະຫຼຸບເຫດການປະຫວັດສາດ ແລະ ຂຽນປະຫວັດ-ມູນເຊື້້ອຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອນໍາສະເໜີກະຊວງ ປກສ ພິຈາລະນາຕາມລະບຽບການ.

ສຳລັບຜົນງານໃນປີ 2022, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໄດ້ຄົ້ນຄວ້າ, ປັບປຸງປຶ້ມປະຫວັດມູນເຊື້ອຂອງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ຄົບຮອບ 20 ປີ ພ້ອມຈັດພິມແຈກຢາຍຕາມແຜນການສໍາເລັດ, ໄດ້ແກ້ໄຂ ແລະ ຮຽບຮຽງປຶ້ມປະຫວັດມູນເຊື້ອຂອງຊາວ ໜຸ່ມກະຊວງ ປກສ ແລະ ກອງບັນຊາການ ປກສ ແຂວງບາງ ແຂວງສໍາເລັດ ແລະ ໄດ້ຈັດພິມເປັນປຶ້ມ, ໄດ້ຄັດເລືອກຮູບພາບ ແລະ ຄົ້ນຄວ້າເນື້ອໃນ ເພື່ອຮັບໃຊ້ການຈັດວາງຜົນງານການພົວພັນຮ່ວມມືລະຫວ່າງກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ ແລະ ຈັດຕັ້ງຮັບແຂກເຂົ້າຊົມຈໍາ ນວນ 43 ຄະນະ ລວມມີ 1.300 ກວ່າທ່ານ.