ກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ວາງແຜນການປີ 2023 ຂຶ້ນໃນວັນທີ 11 ມັງກອນ 2023, ເປັນປະທານໂດຍ ພັອ ນາງ ວັດສະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ, ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າ ກົມໃຫຍ່ການເມືອງ, ພ້ອມດ້ວຍຮອງກົມ, ຄະນະພະແນກ, ນາຍ ແລະ ພົນຕຳຫຼວດກົມປະກັນສັງຄົມ ເຂົ້າຮ່ວມ.

ພັທ ນາງ ຈັນທີ ເນົາວະລາດ ຮອງຫົວໜ້າກົມປະກັນສັງຄົມ ໄດ້ລາຍງານການເຄື່ອນໄຫວວຽກງານຂອງກົມປະກັນສັງຄົມ ໃນ 1 ປີ ຜ່ານມາ, ໂດຍຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໄດ້ຈັດກອງປະຊຸມເຜີຍແຜ່ວຽກງານປະກັນສຸຂະພາບອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ I ມີຜູ້ເຂົ້າຮ່ວມ 380 ຄົນ, ສ້າງນິຕິກຳຮັບໃຊ້ວຽກງານປະກັນສັງຄົມໄດ້ 8 ສະບັບ, ລົງ ເຄື່ອນໄຫວຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດການບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍ ປກສ ແຂວງຫຼວງນໍ້າທາ, ຈັດຕັ້ງພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ ລະຫວ່າງ ກົມປະກັນສັງຄົມ ກົມໃຫຍ່ການເມືອງ ແລະ ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ, ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານປະກັນສຸຂະພາບຮ່ວມກັບໂຮງໝໍສູນກາງ ປະຈຳ 6 ເດືອນຕົ້ນປີ 2022 ແລະ ຮ່ວມກອງປະຊຸມກົມປະກັນສັງຄົມກອງທັບລວມທັງໝົດ 4 ຄັ້ງ, ເປີດກອງປະຊຸມປຶກສາຫາລືກັບບໍລິສັດ KPG ການສື່ສານກ່ຽວກັບການສ້າງລະບົບຄຸ້ມຄອງບັນຊີເງິນເດືອນ, ອອກບັດປະຈຳຕົວບຳນານ, ລະບົບຄຸ້ມຄອງປະກັນສຸຂະພາບ ແລະ ລະບົບການອອກບັດປະກັນສັງຄົມໃນທົ່ວກຳລັງປ້ອງກັນຄວາມສະຫງົບ 3 ຄັ້ງ, ຈັດກອງປະຊຸມປຶກສາຫາລືກ່ຽວກັບການ ກະ ກຽມສ້າງຫ້ອງການກົມປະກັນສັງຄົມ 2 ຄັ້ງ-ສ້າງແຜນງົບປະມານລາຍຈ່າຍເງິນສົມທົບລັດຖະບານ 8,5% ຂອງພະນັກງານບຳນານ, ເສຍອົງຄະ ແລະ ສະມາຊິກຄອບຄົວປະຈຳເດືອນ, ປະຈຳງວດ, ປະຈຳປີ ແລະ ແຜນດັດແກ້ໄດ້ 19 ຄັ້ງ, ກວດກາຈຳນວນພະນັກງານບຳນານ ແລະ ສະມາຊິກຄອບຄົວທີ່ຍັງຄ້າງ ຫຼື ບໍ່ມີຂໍ້ມູນສັງກັດຢູ່ກະຊວງໄດ້ 3.350 ທ່ານ, ຍັງຄ້າງ 3 ທ່ານ; ກວດຜ່ານ, ຄິດໄລ່ ແລະ ສັງລວມເອກະສານເງິນອຸດໜູນຕ່າງໆ ແລະ ຄ່າປິ່ນ ປົວສຸຂະພາບຂອງບັນດາກົມກອງອ້ອມຂ້າງກະຊວງໄດ້ 192 ຄັ້ງ, ປກສ ແຂວງ-ນະຄອນຫຼວງວຽງຈັນ ໄດ້ 216 ຄັ້ງ; ກວດກາ, ຄິດໄລ່ຄ່າປະກັນສຸຂະ ພາບໃຫ້ບັນດາໂຮງໝໍຄູ່ສັນຍາ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ໄດ້ 48 ຄັ້ງ; ເບີກຈ່າຍເງິນອຸດໜູນໃຫ້ພະນັກງານບຳນານ, ເສຍອົງຄະ, ສະມາຊິກຄອບຄົວ ແລະ ພະນັກງານປະຈຳການໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງວຽງຈັນ ຜ່ານລະບົບທະນາຄານໄດ້ 131 ຄັ້ງ ແລະ ຈ່າຍເງິນສົດໄດ້ 383 ຄັ້ງ, ໂອນເງິນຄ່າປະກັນສຸຂະພາບແບບມອບເໝົາໃຫ້ໂຮງໝໍຄູ່ສັນຍາ ແລະ ຫ້ອງການປະກັນສຸ ະພາບກະຊວງສາທາລະນະສຸກ ຈຳນວນ 60 ຄັ້ງ, ຕິດພັນກັບວຽກງານວິຊາສະເພາະໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານຂະບວນການຕ່າງໆ ແລະ ການສ້າງພະນັກງານສືບທອດປ່ຽນແທນໃຫ້ແທດເໝາະວຽກງານຕົວຈິງ.

ສຳລັບທິດທາງແຜນການປີ 2023, ຈະສືບຕໍ່ຄົ້ນຄວ້ານິຕິກຳຮັບໃຊ້ວຽກງານປະກັນສັງຄົມເຄື່ອນໄຫວໂຄສະນາເຜີຍແຜ່ຢູ່ບັນດາກົມກອງ, ທ້ອງຖິ່ນ ແລະ ສືບຕໍ່ສ້າງແຜນງົບປະມານລາຍຈ່າຍເງິນສົມທົບລັດຖະບານ 8,5% ຂອງພະນັກງານບຳນານ, ເສຍອົງຄະ ແລະ ສະມາຊິກຄອບຄົວປະຈຳເດືອນ, ປະຈຳງວດ, ປະຈຳປີໃຫ້ທັນກຳນົດເວລາ, ກວດກາຈຳນວນພະນັກງານບຳນານ ແລະ ສະມາຊິກຄອບຄົວທີ່ຍັງຄ້າງ ຫຼື ບໍ່ມີຂໍ້ມູນສັງກັດຢູ່ກະຊວງໃຫ້ສຳເລັດ, ກວດຜ່ານຄິດໄລ່ ແລະ ສັງລວມເອກະສານເງິນອຸດໜູນຕ່າງໆ ແລະ ຄ່າປິ່ນປົວສຸຂະພາບຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງວຽງຈັນ, ກວດກາ, ຄິດໄລ່ຄ່າປະກັນສຸຂະພາບໃຫ້ບັນດາໂຮງໝໍຄູ່ສັນຍາ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກໃຫ້ເປັນປົກກະຕິ.