ໃນປີ 2022 ຜ່ານມາ, ກົມພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຄົ້ນຄວ້າປະຕິບັດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ໃນປີ 2022 ສາມາດສະເໜີຂັ້ນເທິງອອກຂໍ້ຕົກລົງເລື່ອນຊັ້ນໄດ້ທັງໝົດ 7.114 ສະຫາຍ; ເຊິ່ງຂໍ້ມູນດັ່ງກ່າວໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານພະນັກງານ ໃນວັນທີ 13 ມັງກອນ 2023, ເປັນປະທານໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າກົມພະນັກງານ, ມີພະນັກງານພາຍໃນກົມ ເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມພະນັກງານ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ກົມພະນັກງານໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ກໍຄືຄະນະຮັບຜິດຊອບຄົ້ນຄວ້ານະໂຍບາຍເລື່ອນຊັ້ນຂັ້ນກະຊວງ ເພື່ອພິຈາລະນາຄົ້ນຄວ້າການສະເໜີເລື່ອນຊັ້ນຂອງບັນດາກົມກອງ-ທ້ອງຖິ່ນ ໄດ້ 3 ຄັ້ງ, ສືບຕໍ່ປັບປຸງບັນດາເນື້ອໃນ-ມາດຕະຖານສະເພາະຮັບໃຊ້ໃຫ້ແກ່ການຄົ້ນຄວ້າ-ເລື່ອນຊັ້ນ ເພື່ອຍົກສູງຄຸນນະພາບ ແລະ ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່. ໃນນີ້, ໄດ້ນຳສະເໜີຂັ້ນເທິງອອກຂໍ້ຕົກລົງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດໄດ້ຈຳນວນ 7.114 ສະຫາຍ ຍິງ 1.536 ສະຫາຍ. ໃນນັ້ນ, ເລື່ອນຊັ້ນ ຂັ້ນພົນ ຈັດຕະວາ ຂຶ້ນ ຊັ້ນ ພົນຕີ 1 ສະຫາຍ, ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ 53 ສະຫາຍ; ຄົ້ນຄວ້ານຳສະເໜີຂັ້ນເທິງຕົກລົງຍົກຂັ້ນເງິນເດືອນ ຊັ້ນ ພັນໂທ ຊັ້ນ ພັນເອກ ໃຫ້ນາຍຕໍາຫຼວດຢູ່ບັນດາກົມກອງ-ທ້ອງຖິ່ນ 54 ສະຫາຍ ຍິງ 3 ສະ ຫາຍ; ເຂົ້າຮ່ວມຕິດຕາມບັ້ນສອບເສັງ ແລະ ຄົ້ນຄວ້າເລື່ອນຊັ້ນ, ປະດັບຊັ້ນ, ສັບຊ້ອນນາຍ ແລະ ພົນຕຳຫຼວດທີ່ສຳເລັດການສຶກສາຈາກສະຖາບັນ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 2.843 ຄົນ ຍິງ 772 ເທື່ອຄົນ; ຄົ້ນຄວ້ານຳສະເໜີຂັ້ນເທິງຂຶ້ນແຜນຈັດແບ່ງຕົວເລກກຳລັງໃໝ່, ສ້າງແຜນດຸ່ນດ່ຽງກຳລັງພົນ ແລະ ຈັດຕັ້ງກວດກາຄັດເລືອກກຳລັງໃໝ່ ປະຈຳປີ 2022 ສໍາເລັດ, ໄດ້ປະຕິບັດຕາມລະບຽບການ, ຂັ້ນຕອນການຮັບກຳລັງໃໝ່ດ້ວຍຄວາມເຂັ້ມງວດ ສາມາດສະກັດກັ້ນບຸກຄົນທີ່ບໍ່ຫວັງດີ, ຜູ້ທີ່ຂາດມາດຕະຖານເງື່ອນໄຂເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ທັງໄດ້ຫຼຸດຜ່ອນຫາງສຽງຈົ່ມວ່າຈາກສັງຄົມໄດ້ຫຼາຍພໍສົມຄວນ. ພ້ອມນັ້ນ, ໄດ້ນຳສະເໜີຂັ້ນເທິງພິຈາລະນາຕົກລົງຮັບພະນັກງານຈາກກະຊວງ-ອົງການຍ້າຍມາປະ ຈໍາການຢູ່ກະຊວງ ປກສ ໄດ້ 5 ສະຫາຍ.

ນອກນັ້ນ, ຍັງໄດ້ເປັນເສນາທິການຄົ້ນຄວ້ານຳສະເໜີປັບປຸງກົງຈັກການຈັດຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຕໍ່ເນື່ອງ, ເຂົ້າສູ່ລະບົບ ແລະ ຮັບປະກັນກວ່າເກົ່າ ຄື: ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຈໍານວນ 5.749 ເທື່ອຄົນ ຍິງ 696 ເທື່ອຄົນ. ໃນນັ້ນ, ຂັ້ນສູນກາງຄຸ້ມຄອງມີ 7 ສະຫາຍ; ສ່ວນວຽກງານອື່ນໆທີ່ຢູ່ໃນຄວາມຮັບຜິດຊອບກໍເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ.