ຈັກນາດ ນິໂຣລາ ໂຄສົກສຳນັກງານການບິນພົນລະເຮືອນ ແຫ່ງ ເນປານ ໄດ້ເປີດເຜີຍຕໍ່ສຳນັກຂ່າວຊິນຫົວ ໃນວັນທີ 16 ມັງກອນ ທີ່ຜ່ານມາ ວ່າ: ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເນປານ ໄດ້ຄົ້ນພົບກ່ອງດຳຂອງເຮືອບິນໂດຍສານທີ່ຕົກລົງຮ່ອມພູ ເມື່ອວັນທີ 16 ມັງກອນ 2023 ແລ້ວ ແລະ ຈະດຳເນີນການເກັບກູ້ກ່ອງດຳດັ່ງກ່າວໃນໄວໆນີ້.

ເຈົ້າໜ້າທີ່ກູ້ໄພ ໄດ້ສືບຕໍ່ດຳເນີນການຄົ້ນຫາຜູ້ຫາຍສາບສູນ ຈາກເຫດການເຮືອບິນໂດຍສານທີ່ຕົກລົງຮ່ອມພູ ໃນເມືອງໂປຂະຣະ ສະຖານທີ່ທ່ອງທ່ຽວຍອດນິຍົມຂອງປະເທດເນປານ ເມື່ອວັນທີ 15 ມັງກອນ 2023 ຈຳນວນ 4 ຄົນ; ເຊິ່ງ ຈັກນາດ ນິໂຣລາ ລະບຸວ່າ: ມີການລະດົມນັກດຳນ້ຳ ເພື່ອຄົ້ນຫາໃນແມ່ນ້ຳເຊຕິ ເພາະຄາດວ່າອາດຈະມີສົບຜູ້ເສຍຊີວິດບາງສ່ວນຕົກລົງໄປໃນແມ່ນ້ຳດັ່ງກ່າວ.

ທັງນີ້, ເຮືອບິນໂດຍສານຂອງສາຍການບິນ ເຢຕິ ແອລາຍ ບັນທຸກຜູ້ໂດຍສານພ້ອມຈຸບິນ ຈຳນວນ 72 ຄົນ ປະສົບອຸບັດຕິເຫດຕົກລົງໄປໃນຮ່ອມພູ ໃນລະຫວ່າງບິນຈາກນະຄອນຫຼວງກາດມັນດຸ ໄປຫາເມືອງໂປຂະຣະ, ປັດຈຸບັນພົບຜູ້ເສຍຊີວິດແລ້ວ ຈຳນວນ 68 ຄົນ; ໃນນັ້ນ, ເປັນຄົນຕ່າງຊາດ 15 ຄົນ ແລະ ຍັງສືບຕໍ່ຄົ້ນຫາຜູ້ຫາຍສາບສູນອີກ 4 ຄົນ.

ລັດຖະບານເນປານ ໄດ້ປະກາດໃຫ້ວັນທີ 16 ມັງກອນ ທີ່ຜ່ານມາ ເປັນວັນພັກທົ່ວປະເທດ ເພື່ອໄຫວ້ອາໄລໃຫ້ແກ່ຜູ້ເສຍຊີວິດຈາກເຫດການດັ່ງກ່າວ ແລະ ໄດ້ມີການຈັດຕັ້ງ ຄະນະກຳມະການ 5 ຄົນ ເພື່ອສອບສວນຫາສາເຫດຂອງອຸບັດຕິເຫດຄັ້ງນີ້, ເຊິ່ງເປັນອຸບັດຕິເຫດທາງອາກາດທີ່ຮ້າຍແຮງທີ່ສຸດໃນຮອບ 30 ປີ ຂອງເນປານ.