ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2022 ທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ມັງ ກອນ 2023, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ໄອຍະການປະຊາຊົນ, ສານປະຊາຊົນ, ກະຊວງປ້ອງກັນປະເທດ, ກະຊວງ ປກສ, ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຫົວໜ້າກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ໄດ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ແລະ ຄູ່ມືຕ່າງໆທີ່ເປັນເຄື່ອງມືຮັບໃຊ້ໃຫ້ວຽກງານຕ້ານການຄ້າມະນຸດສຳເລັດ 13 ສະບັບ,ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍຕ້ານການຄ້າມະນຸດ ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້, ສ້າງສູນຮັບຕ້ອນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ແຂວງຫຼວງນໍ້າທາ (ໃກ້ຈະສໍາເລັດແລ້ວ); ດ້ານວຽກງານການປ້ອງກັນໄດ້ສຸມໃສ່ສ້າງຄວາມ ເຂັ້ມແຂງທາງດ້ານບຸກຄະລະກອນ, ການປະສານງານ, ແກ້ໄຂຂໍ້ຂັດແຍ່ງແຮງງານ, ສ້າງປຶ້ມຄູ່ມືການດໍາເນີນຄະດີ, ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂະແໜງການທາງພາກລັດທີ່ກ່ຽວຂ້ອງ ນັບທັງສູນກາງ ແລະ ທ້ອງຖິ່ນໂດຍເນັ້ນໃສ່ການຊ່ວຍເຫຼືອເດັກຂັ້ນເມືອງ 10 ເມືອງ ແລະ ຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານ 80 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 4.421 ຄົນ ຍິງ 1.613 ຄົນ; ລົງໂຄສະນາເຜີຍແຜ່ວຽກງານຕ່າງໆຢູ່ບັນດາພື້ນ ທີ່ເປົ້າໝາຍ, ພື້ນທີ່ສ່ຽງ ແລະອື່ນໆ ມີຜູ້ເຂົ້າຮ່ວມທັງໝົດ 911. 655 ຄົນ ຍິງ 7.874 ຄົນ; ພ້ອມທັງໄດ້ແຈກຢາຍປື້ມກົດໝາຍ 4.229 ຫົວ, ໂປສ໌ເຕີ 512 ແຜ່ນ, ແຜ່ນ ພັບ 3.571 ແຜ່ນ; ໄດ້ໂຄສະນາຜ່ານຊ່ອງທາງວິທະຍຸ ແລະ ໂທລະພາບໄດ້ທັງໝົດ 629 ຄັ້ງ, ຜ່ານທາງສື່ສັງຄົມອອນໄລ, ໄດ້ສຸມໃສ່ຈັດການຮຽນ-ການສອນວຽກງານຕ້ານການຄ້າມະນຸດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ທົ່ວປະເທດ.

ນອກນັ້ນ, ບັນດາຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ຍັງໄດ້ລົງໂຄສະນາຢູ່ບັນດາບ້ານ, ໂຮງຮຽນມັດທະຍົມ, ມະຫາວິທະຍາໄລ, ຫົວໜ່ວຍແຮງງານໄດ້ທັງໝົດ 1.584 ຄັ້ງ, ມີຜູ້ເຂົ້າຮ່ວມ 297.303 ຄົນ ຍິງ 118.181 ຄົນ, ແຈກຍາຍແຜ່ນພັບ 523 ແຜ່ນ, ໂປສ໌ເຕີ 1.550 ແຜ່ນ, ປື້ມກົດໝາຍ 574 ຫົວ, ຄູ່ມືການກຳນົດຕົວຜູ້ຖືກເຄາະຮ້າຍ 3.262 ຫົວ, ໂຄສະນາຜ່ານໂທລະພາບ, ວິທະຍຸກະຈາຍສຽງ, ໂທລະໂຄ່ງ ຂອງແຂວງ ແລະ ບ້ານ ໄດ້ 2.452 ຄັ້ງ, ຕິດປ້າຍໂຄສະນາຜົນຮ້າຍຂອງການຄ້າມະນຸດ 15 ຈຸດ.

ສຳລັບການແກ້ໄຂຄະດີໃນ 1 ປີຜ່ານມາ, ສາມາດມ້າງຄະດີຄ້າມະນຸດສຳເລັດ 26 ເລື່ອງ, ຖ້າສົມທຽບຕົວເລກຄະດີປີນີ້ກັບປີຜ່ານມາເຫັນວ່າ ຕົວເລກຄະດີຫຼຸດລົງ. ພ້ອມນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍທາງດ້ານສະຖານທີ່ພັກເຊົາຊົ່ວຄາວ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ, ຊ່ວຍເຫຼືອດ້ານກົດໝາຍ, ການສຶກສາ ແລະ ຝຶກວິຊາຊີບ ແລ້ວສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ.

ໃນປີ 2022, ມີຜູ້ຖືກເຄາະຮ້າຍແລະກຸ່ມສ່ຽງຈາກການຄ້າມະນຸດທີ່ໄດ້ເຂົ້າມາບໍາບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຈໍານວນ 95 ຄົນ ຍິງ 76 ຄົນ, ໄດ້ບໍລິການປິ່ນປົວ ແລະ ກວດສຸຂະພາບຟີໃຫ້ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງລວມທັງ ໝົດ 148 ຄົນ ຍິງ 140 ຄົນ, ໄດ້ຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ຖືກເຄາະຮ້າຍຈຳນວນ 137 ຄັ້ງ, ໃຫ້ຄໍາປຶກສາເຊິ່ງໜ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍ ດ່ວນບັນດາຂະ ແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນໄດ້ ຮ່ວມມື 2 ຝ່າຍລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ, 3 ຝ່າຍລາວ-ກຳປູເຈຍ-ຫວຽດນາມ, ໄດ້ຮ່ວມມື ຫຼາຍຝ່າຍແມ່ນສຸມໃສ່ການຮ່ວມມືໃນກອບອາຊຽນເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມໃນການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລະກອນໃນຕ້ານການຄ້າມະນຸດຢູ່ໃນພາກພື້ນ, ຮ່ວມກັບບັນດາອົງການຈັດຕັ້ງສາກົນໃນການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຕາມບົດບັນທຶກຄວາມ ເຂົ້າໃຈທີ່ສອງຝ່າຍໄດ້ລົງນາມ ຮ່ວມກັນໄດ້ສໍາເລັດເປັນຢ່າງດີ.