ວັນທີ 15 ມັງກອນ ທີ່ຜ່ານມາ, ທ່ານ ມາວິນ ຣິນໂລ ສະມາຊິກສະພາປະຊາຊົນ ທັງເປັນ ຮອງປະທານຄະນະກຳມະການການທ່ອງທ່ຽວ ຂອງຟິລິບປິນ ໃຫ້ຮູ້ວ່າ: ຟິລິບປິນ ໄດ້ຈັດສັນງົບປະມານ ຈຳວນ 1,77 ໝື່ນລ້ານເປໂຊ ສຳລັບການກໍ່ສ້າງ ແລະ ປັບປຸງຖະໜົນ ເພື່ອສົ່ງເສີມໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງສະຖານທີ່ທ່ອງທ່ຽວຕ່າງໆໄດ້ສະດວກຂຶ້ນກວ່າເກົ່າ.

ທ່ານ ມາວິນ ຣິນໂລ ກ່າວວ່າ: ງົບປະມານຈຳນວນດັ່ງກ່າວ ຈະຖືກນຳໄປໃຊ້ໃນໂຄງການສ້າງພື້ນຖານຖະໜົນຫົນທາງ ເພື່ອການທ່ອງທ່ຽວຂອງລັດຖະບານໃນປີນີ້, ພ້ອມຄວາມຄາດຫວັງວ່າ ການທ່ອງທ່ຽວຈະສາມາດຟື້ນຕົວຈາກການແພ່ລະບາດຄັ້ງໃຫຍ່ຂອງເຊື້ອພະຍາດໂຄວິດ-19 ເພື່ອຊ່ວຍໃຫ້ເກີດການຈ້າງງານໃໝ່ ແລະ ສ້າງໂອກາດທຳມາຫາກິນໃຫ້ແກ່ຊາວຟິລິບປິນ ໂດຍສະເພາະໃນທ້ອງຖິ່ນຊົນນະບົດ.

ຟິລິບປິນ ຈຳເປັນຕ້ອງພັດທະນາຖະໜົນຫົນທາງ ແລະ ຂົວໃຫ້ຫຼາຍຂຶ້ນ ເພື່ອໃຫ້ນັກທ່ອງທ່ຽວໄດ້ໄປເຖິງຈຸດໝາຍປາຍທາງທີ່ເປັນສະຖານທີ່ທ່ອງທ່ຽວໃນທົ່ວປະເທດ; ເຊິ່ງສຳນັກງານການທ່ອງທ່ຽວແຫ່ງຊາດ, ພາກສ່ວນໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນເສັ້ນທາງຫຼວງ ໄດ້ຮ່ວມກັນກຳນົດໂຄງການທີ່ຈະໄດ້ຮັບເງິນສະໜັບສະໜູນ ພາຍໃຕ້ໂຄງການສ້າງພື້ນຖານຖະໜົນຫົນທາງ ເພື່ອການທ່ອງທ່ຽວຂອງລັດຖະບານຮຽບຮ້ອຍແລ້ວ.

ໃນເດືອນທັນວາ 2022, ສະພາປະຊາຊົນຟິລິບປິນ ໄດ້ອະນຸມັດການພິຈາລະນາຮ່າງກົດໝາຍວາລະທີ 3 ແລະ ວາລະສຸດທ້າຍ ຈຳນວນ 34 ສະບັບ ທີ່ລະບຸຈຸດໝາຍປາຍທາງຂອງການທ່ອງທ່ຽວແຫ່ງໃໝ່ໆໃນທົ່ວປະເທດ ເຊັ່ນ: ນ້ຳຕົກຕາດ, ອຸທະຍານແຫ່ງຊາດ ແລະ ຖ້ຳ; ເຊິ່ງຟິລິບປິນ ພວມປັບປຸງການເຊື່ອມຕໍ່ ແລະ ຄວາມສະດວກສະບາຍ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ລວມເຖິງການຍົກລະດັບໂຄງສ້າງພື້ນຖານດ້ານການທ່ອງທ່ຽວ ແລະ ການປ່ຽແປງລະບົບການເຮັດວຽກດ້ວຍເຕັກໂນໂລຊີດິຈິຕອນ.

ນອກນັ້ນ, ລັດຖະບານຟິລິບປິນ ຍັງວາງແຜນພັດທະນາການທ່ອງທ່ຽວເຮືອສຳລານ, ຈັດສະແດງສິນຄ້າທ່ອງທ່ຽວຂອງທ້ອງຖິ່ນ, ພັດທະນາເສັ້ນທາງການທ່ອງທ່ຽວ ແລະ ສືບຕໍ່ຮ່ວມມືດ້ານການທ່ອງທ່ຽວກັບ ໜ່ວຍງານຂອງລັດຖະບານ ໃນແຕ່ລະທ້ອງຖິ່ນ.

ທັງນີ້, ກະຊວງການທ່ອງທ່ຽວຂອງຟິລິບປິນ ໃຫ້ຮູ້ວ່າ: ຟິລິບປິນ ມີນັກທ່ອງທ່ຽວ ຈຳນວນ 2,65 ລ້ານຄົນ ໃນປີ 2022, ເຊິ່ງສ້າງລາຍໄດ້ລວມ 2,08 ແສນລ້ານເປໂຊ, ສ່ວນປີນີ້ ກະຊວງການທ່ອງທ່ຽວ ຟິລິບປິນ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 2,6-6,4 ລ້ານຄົນ.