ສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫະພັນກໍາມະບານ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949–20 ມັງກອນ 2023), ນໍາພາໂດຍ ພັອ ວັນນະເລດ ບຸດຕະວົງ ປະທານສະຫະພັນກຳມະບານ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ, ຕາງໜ້າຮັບໂດຍ ພັອ ບຸນຄ່ອງ ອຸດທະຈັນດີ ປະທານສະຫະພັນກໍາມະບານ ກະຊວງປ້ອງກັນປະເທດ, ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 19 ມັງກອນ 2023.

ໂອກາດດັ່ງກ່າວ, ພັອ ວັນນະເລດ ບຸດຕະວົງ ໄດ້ກ່າວສະແດງຄໍາອວຍພອນອັນປະເສີດມາຍັງ ຄະນະພັກ, ຄະນະນໍາ ແລະ ນາຍ-ພົນທະຫານ ເວົ້າລວມ, ເວົ້າສະເພາະ ສະຫະພັນກຳມະບານ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລານະໄມທີ່ສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານການເມືອງ ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ພ້ອມດຽວກັນນີ້, ພັອ ບຸນຄ່ອງ ອຸດທະຈັນດີ ຕາງໜ້າສະຫະພັນກຳມະບານ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈ ສະຫະພັນກຳມະບານ ກະຊວງ ປກສ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ເຊິ່ງມັນສະແດງເຖິງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນຂອງສອງກຳລັງ ປກຊ-ປກສ ແລະ ໃນຕໍ່ໜ້າ ກໍາມະບານຂອງສອງກຳລັງ ຍັງຈະໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ເພື່ອພັດທະນາວຽກງານກຳມະບານ ໃນກຳລັງ ປກຊ-ປກສ ໃຫ້ມີເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.