ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເຊື່ອມຊຶມນິຕິກໍາວຽກງານຄຸ້ມຄອງປ້ອງກັນກໍາລັງ ຄັ້ງທີ I, ເຜີຍແຜ່ໂດຍ ພັທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີພະນັກງານນຳພາ-ບັນຊາຈາກຫ້ອງ, ພະແນກ, ກອງພັນ, ປກສ ເມືອງ ເຂົ້າຮ່ວມ.

ການເຊື່ອມຊຶມຄັ້ງນີ້, ກໍເພື່ອຮັບປະກັນຄວາມໂປ່ງໃສ, ມີຄຸນທາດການເມືອງໜັກແໜ້ນໃນຖັນແຖວນາຍ ແລະ ພົນຕຳຫຼວດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນເຈົ້າການສະກັດກັ້ນ, ລົບລ້າງຂໍ້ຂາດຕົກບົກຜ່ອງຢູ່ພາຍໃນ ແລະ ຕໍ່ສູ້ຕ້ານທຸກກົນອຸບາຍການເຄື່ອນໄຫວຂອງອິດທິກຳລັງປໍລະປັກ, ບັນດາອາຊະຍາກຳຂ້າມຊາດ ທີ່ຫວັງມ້າງເພທຳລາຍກຳລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ມີຄວາມໜັກແໜ້ນ ເຂັ້ມແຂງ ທັນສະ ໄໝ ແລະ ເປັນການຕອບສະໜອງທີ່ດີຕໍ່ກັບຄວາມຮຽກຮ້ອງຕ້ອງການໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວຽກງານປ້ອງກັນຄວາມສະຫງົບ ແມ່ນມີຄວາມສຳຄັນ, ເປັນບ່ອນຕັດສິນກຳລັງແຮງ, ຄວາມສາມາດຕໍ່ສູ້ຂອງກຳລັງປະກອບອາວຸດປະກອບສ່ວນໃຫ້ກຳລັງປ້ອງກັນຄວາມສະຫງົບ ເຮັດສຳເລັດໜ້າທີ່ຂອງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ການເຊື່ອມຊຶມມີຂໍ້ຕົກລົງ ວ່າດ້ວຍລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ), ຂັ້ນຕອນຂອງການສ້າງເອກະສານໃນການສະເໜີວິໄນ, ຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນກຳລັງໃນສະພາບການໃໝ່, ລະບຽບວິໄນຂອງພັກ ແລະ ຂໍ້ກຳນົດຕ່າງໆ ທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບອີກຈຳນວນໜຶ່ງ, ເຊິ່ງລວມມີ 18 ເນື້ອໃນເອກະສານ ປະກອບມີ 12 ໝວດ, 44 ມາດຕາ.