ໃນວັນທີ 20 ມັງກອນ 2023, ສະຫະພັນແມ່ຍິງ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ພ້ອມທັງປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ, ເປັນປະທານໂດຍ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງຫົວໜ້າອຳນວຍການ ວຕປ, ມີບັນດາປະທານ-ຮອງປະທານສະຫະພັນແມ່ຍິງ, ຫ້ອງ, ພະແນກ, ຄະນະໜ່ວຍ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນ ມະນີວັນ ວົງພະຈັນ ຮອງປະທານສະຫະພັນແມ່ຍິງ ວຕປ ໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະ 1 ປີຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ຊຸກຍູ້ລະດົມສະມາຊິກແມ່ຍິງ ເຂົ້າໃນການປະຕິບັດໜ້າທີ່ຕາມການມອບໜາຍຂອງການຈັດຕັ້ງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຢູ່ໃນຂົງເຂດວຽກງານ ຄື:

ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງຫົວໜ້າອຳນວຍການ ວຕປ

ວຽກງານບໍລິຫານ ເປັນຕົ້ນແມ່ນ ພະລາທິການ, ຫ້ອງການ, ຫ້ອງການເມືອງ, ສູນຂໍ້ມູນຂ່າວສານ, ຄຸ້ມຄອງຫຼັກສູດໂຄງການ, ຄຸ້ມຄອງວິທະຍາສາດ, ຄຸ້ມຄອງນັກສຶກສາ, ວຽກງານການສິດສອນຂອງຄູ-ອາຈານ, ໄດ້ຄົ້ນຄວ້າແຕ່ງບົດສອນ, ແປພາສາຕ່າງປະເທດ, ຮຽບຮຽງບົດສອນ ແລະ ຂຶ້ນຫ້ອງສອນຕາມຕາຕະລາງ.

ນັກສຶກສາ ກໍມີຄວາມຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ຕາມໂຄງການຫຼັກສູດ, ຊອກຄົ້ນຄວ້າດ້ວຍຕົນເອງ ພ້ອມທັງຝຶກຝົນຫຼ່ໍຫຼອມຕົນເອງ ປະຕິບັດ 7 ລະບອບ 18 ວຽກ ໄດ້ເປັນຢ່າງດີ ເປັນຕົ້ນແມ່ນ ຕິດຕາມກວດການັກສຶກສາຂຶ້ນຫ້ອງ 240 ຄັ້ງ, ເອົາຄະແນນເຂົ້າປຶ້ມ 48 ວິຊາ, ກວດກາຕາຕະລາງຂຶ້ນຫ້ອງ 48 ຄັ້ງ, ຜະລິດບັດນັກສຶກສາ ແລະ ບັດເຂົ້າຫໍສະໝຸດ 245 ບັດ, ຮັບປຶ້ມເຂົ້າຫ້ອງສູນຂໍ້ມູນສື່ການສຶກສາ 437 ຫົວ, ຂຶ້ນຫ້ອງສອນ 4.034 ຊົ່ວໂມງ, ກວດບົດສອບເສັງ 2.545 ບົດ ແລະ ອື່ນໆ.

ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ເສີມຂະຫຍາຍສິດສະເໝີພາບລະຫວ່າງ ຍິງ-ຊາຍ, ປຸກລະດົມເອື້ອຍນ້ອງ ເພີ່ມພູນຜະລິດຜົນຫາລາຍໄດ້ເພີ່ມ ຕາມເງື່ອນໄຂຄວາມສາມາດຂອງແຕ່ລະສະຫາຍ, ຄຸ້ມຄອງບໍລິຫານກອງທຶນຝາກປະຢັດ ເພື່ອພັດທະນາສະຫະພັນແມ່ຍິງ ຕາມລະບຽບຫຼັກການ.

ຄ່ຽງຄູກັນນັ້ນ, ຍັງໄດ້ເອົາໃຈໃສ່ປຸກລະດົມສະມາຊິກ ສຸມໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງສັງລວມແລ້ວປີ 2022 ສາມາດຕີລາຄາປະເພດ 3 ດີ ຄື: ດ້ານພົນລະເມືອງດີ 305 ສະຫາຍ ເທົ່າກັບ 100%, ດ້ານພັດທະນາດີ 288 ສະຫາຍ ເທົ່າກັບ 95,68%, ສ້າງຄອບຄົວດີ 305 ສະຫາຍ ເທົ່າກັບ 100%.

ສຳລັບຜົນການຄັດເລືອກປະເພດ 3 ດີ ປະເພດ 1 ມີ 288 ສະຫາຍ ເທົ່າກັບ 94,46%, ປະເພດ 2 ມີ 13 ສະຫາຍ ເທົ່າກັບ 4,26% ແລະ ປະເພດ 3 ມີ 3 ສະຫາຍ ເທົ່າກັບ 0,98%.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ, ໂດຍການເຜີຍແຜ່ຂອງ ພັທ ນ ແກ້ວຕາວັນ ຄຳແສນ ປະທານສະຫະພັນແມ່ຍິງ ວິທະຍາຄານຕຳຫຼວດປະຊາຊົນ.