ພິທີປິດຝືກອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ຊຸດທີ II ໃຫ້ຄະນະພັກ-ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ, ເມືອງ-ນະຄອນ 6 ແຂວງພາກກາງ ຄື: ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງວຽງຈັນ, ປກສ ແຂວງໄຊສົມບູນ, ປກສ ແຂວງຊຽງຂວາງ, ປກສ ແຂວງບໍລິຄຳໄຊ ແລະ ປກສ ແຂວງຄຳມ່ວນ ໃນວັນທີ 20 ມັງກອນ 2023 ທີ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ.

ໂດຍມີ ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະພັກ ແລະ ນາຍຕໍາຫຼວດ ທີ່ມາຈາກ ກອງບັນຊາການ ປກສ 6 ແຂວງພາກກາງ ເຂົ້າຮ່ວມ.

ສະຫາຍ ພັທ ພຽນສີ ແສງຄຳຢອງ ຮອງຫົວໜ້າກົມພັກ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານບົດສະຫຼຸບການຝຶກອົບຮົບວຽກງານພັກ-ວຽກງານການເມືອງ ທີ່ໄດ້ດຳເນີນມາແຕ່ວັນທີ 16-20 ມັງກອນ 2023, ເຊິ່ງໄດ້ສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ວັນຜ່ານມາ, ໄດ້ເຊື່ອມຊຶມເອກະສານທີ່ສໍາຄັນ ຈໍານວນ 10 ສະບັບ.

ໃນຕະຫຼອດໄລຍະຝຶກອົບຮົມ ເຫັນວ່າ ການຝຶກອົບຮົມໄດ້ດຳເນີນໄປຕາມແຜນການ ແລະ ວາລະທີ່ກຳນົດໄວ້, ຄູ-ອາຈານ, ສຳມະນາກອນ ໄດ້ຍົກສູງຄວາມຮັບຜິດຊອບໃນການຂຶ້ນຫ້ອງບັນລະຍາຍເອກະສານ ແລະ ຄົ້ນຄວ້າບັນດາເອກະສານທີ່ສຳຄັນ ໃນຂົງເຂດວຽກງານພັກ-ວຽກງານການເມືອງ ໂດຍສະເພາະແມ່ນ ວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານກໍ່ສ້າງພັກ-ຂະຫຍາຍພັກ, ວຽກງານຄຸ້ມຄອງປ້ອງກັນພັກ ຢູ່ໃນກຳລັງປ້ອງກັນຄວາມສະຫງົບ ໃນໄລຍະໃໝ່.

ເຖິງເວລາໃນການຝຶກອົບຮົມຈະສັ້ນ, ແຕ່ຄະນະຮັບຜິດຊອບ, ຄູ-ອາຈານ ລວມທັງນັກສຳມະນາກອນທຸກສະຫາຍ ກໍໄດ້ເອົາໃຈໃສ່ຂຶ້ນຫ້ອງຄົ້ນຄວ້າປົກກະຕິ, ແລກປ່ຽນບົດຮຽນຢ່າງກົງໄປກົງມາກັບບັນດາຄູ-ອາຈານ ແລະ ສຳມະນາກອນດ້ວຍກັນ ເພື່ອຄວາມເປັນເອກະພາບ ຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ແຜນການທີ່ກຳນົດໄວ້.

ຜ່ານການຝຶກອົບຮົມຕົວຈິງ ເຫັນວ່າ ນັກສຳມະນາກອນຫຼາຍສະຫາຍ ກຳໄດ້ບັນດາຫຼັກການ, ທິດນຳຂອງວຽກງານກໍ່ສ້າງພັກ ໃນກຳລັງປ້ອງກັນຄວາມສະຫງົບ, ຫຼາຍສະຫາຍໄດ້ປະກອບຄໍາຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ພຶດຕິກຳຕົວຈິງຢູ່ກົມກອງຮາກຖານຂອງຕົນ ທີ່ຍັງເຫັນວ່າການຈັດຕັ້ງປະຕິບັດວຽກງານຕົວຈິງ ມີບັນຫາບໍ່ທັນສອດຄ່ອງ ແລະ ເອກະພາບ, ເຮັດໃຫ້ການຝຶກອົບຮົມມີບັນຍາກາດຟົດຟື້ນ, ມີບົດຮຽນອັນໃໝ່ ທີ່ເປັນພື້ນຖານໃຫ້ແກ່ການຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໃນຊຸດຕໍ່ໄປ; ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ.

ນອກນີ້, ພິທີຍັງ ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຈໍານວນ 66 ສະຫາຍ ຍິງ 1 ສະຫາຍ, ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.