ກອງປະຊຸມຄະນະບໍລິຫານງານພັກ ຫ້ອງວ່າການ ກະຊວງ ປກສ ຄັ້ງທີ VI ສະໄໝທີ VI ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023, ໂດຍການເປັນປະທານຂອງ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍຄະນະກົມ ແລະ ຫ້ອງ ເຂົ້າຮ່ວມ.

+ ພົຈວ ສຸລິນະ ແກ້ວປະເສີດ ຄະນະພັກກະຊວງ ຮອງຫົວໜ້າຫ້ອງວ່າການກະຊວງ ກ່າວວ່າ:

ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກຫ້ອງວ່າການ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໄດ້ຢ່າງເປັນປົກກະຕິຕໍ່ເນື່ອງ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນແຕ່ລະດ້ານຕາມລະດັບຄາດໝາຍ ເປັນຕົ້ນແມ່ນ:

ໄດ້ເປັນເສນາທິການຄົ້ນຄວ້າເກັບກຳ-ກວດກາຂໍ້ມູນ, ຕິດຕາມ, ສັງລວມສະພາບຮອບດ້ານ, ເປັນໃຈກາງປະສານງານກັບກົມກອງອ້ອມຂ້າງກະຊວງ, ປກສ ທ້ອງຖິ່ນ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ຄື: ຄົ້ນຄວ້າເອກະສານຕ່າງໆ, ບົດສະຫຼຸບ, ບົດສ່ອງແສງລັດຖະບານ, ບົດປະກອບຄໍາເຫັນ, ຄໍາສັ່ງແນະນໍາ ແລະ ອື່ນໆ ຈຳນວນ 331 ສະບັບ.

ສ້າງແຜນ, ເຂົ້າຮ່ວມປ້ອງກັນກອງປະຊຸມ, ງານພິທີສຳຄັນຕ່າງໆ ແລະ ປ້ອງກັນການນໍາຂັ້ນສູງ ທັງໝົດ 168 ຄັ້ງ ມີ 265 ສະຫາຍ, ສ້າງແຜນ ແລະ ເຂົ້າຮ່ວມປ້ອງກັນຄະນະນຳຂັ້ນສູງ, ຜູ້ນຳພັກ-ລັດພາຍໃນ ແລະ ຕ່າງປະເທດ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ທັງໝົດ 165 ຄັ້ງ ມີ 203 ສະຫາຍ.

ເຮັດບົດລາຍງານການເປີດທາງ, ຄຸມແຫ່ການນຳຂັ້ນສູງ ຂອງ ສປປ ລາວ, ແຂກຕ່າງປະເທດ, ຈັດກຳລັງຈະລາຈອນເປີດທາງ, ກຳລັງປ້ອງກັນຕາມການສະເໜີຈາກພາກສ່ວນຕ່າງໆ ຈຳນວນ 193 ຄັ້ງ ມີ 193 ສະບັບ ແລະ ສາລະເວວົງນອກກຳແພງ ອ້ອມຂ້າງ ກະຊວງ ປກສ ຈໍານວນ 372 ຄັ້ງ ມີ 35.640 ສະຫາຍ.

ຕິດຕາມເຂົ້າຮ່ວມບັນທຶກກອງປະຊຸມຕ່າງໆ ແລະ ເຄື່ອນໄຫວກິດຈະກຳຕ່າງໆ ຈຳນວນ 236 ຄັ້ງ, ຕິດຕາມການເຄື່ອນໄຫວເຮັດວຽກທາງການຂອງ ການນຳຢູ່ຕ່າງປະເທດ, ບັນດາ ປກສ ແຂວງ, ທ້ອງຖິ່ນ ຈຳນວນ 194 ຄັ້ງ, ເອກະສານກວດແກ້ຮຽບຮຽງ ເພື່ອຂໍທິດຊີ້ນຳຂອງ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ ຈໍານວນ 4.949 ສະບັບ (ປັບປຸງຄືນ 187 ສະບັບ) ແລະ ເຮັດຂໍ້ຕົກລົງໄປວຽກທາງການ ແລະ ໜັງສືສະເໜີຕ່າງໆ ຈຳນວນ 507 ສະບັບ.

ພ້ອມນັ້ນ, ຍັງໄດ້ສຳເລັດການລົງໄປປະຕິບັດໜ້າທີ່ ໃນການກວດກາຄຸ້ມຄອງນຳໃຊ້ວຽກງານກົດລັບ, ກວດກາ, ກວດເຊັກ, ຕິດຕັ້ງໂປຼແກຼມ, ປ່ຽນດິດກຸນແຈໃໝ່, ປະກອບຕິດຕັ້ງເຄື່ອງຈັກລະຫັດກົດລັບ ປກສ ແຂວງ, ເມືອງ, ດ່ານ 3 ແຂວງພາກເໜືອ ແລະ 3 ແຂວງພາກໃຕ້, ສົ່ງໂທລະເລກລັບໄປໄດ້ 1.285 ສະບັບ, ຮັບໂທລະເລກລັບມາໄດ້ 1.020 ສະບັບ, ສົ່ງແຟັກໄປໄດ້ 39 ສະບັບ, ຮັບແຟັກມາໄດ້ 2.395 ສະບັບ, ໄດ້ສ້ອມແປງ, ປ່ຽນເຄື່ອງໃໝ່ 52 ເຄື່ອງ, ເບີກຈ່າຍອຸປະກອນເຕັກນິກ ຈຳນວນ 287 ຄັ້ງ ມີ 574 ລາຍການ ແລະ ທາງດ້ານວຽກງານອື່ນໆ ກໍເຫັນວ່າ ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກທ່ານປະທານກອງປະຊຸມຕື່ມອີກ.