ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ໃນວັນທີ 24 ມັງກອນ 2023, ເປັນປະທານໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ, ມີຄະນະພັກ-ຄະນະກົມ ພ້ອມດ້ວຍພະແນກ, ກອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ກົມສື່ມວນຊົນ ປກສ ເຂົ້າຮ່ວມ.

ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ

+ ພັອ ສີພາ ສິງທອງ ຮອງຫົວໜ້າກົມສື່ມວນຊົນ ປກສ ກ່າວວ່າ:

ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ກົມສື່ມວນຊົນ ປກສ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງ ແລະ ພັດທະນາພາຫະນະສື່ມວນຊົນ ປກສ ໃຫ້ກ້າວສູ່ຄຸນນະພາບອັນໃໝ່ນັບທັງຮູບແບບ ແລະ ວິທີການໃນການໂຄສະນາ, ການນຳສະເໜີຂໍ້ມູນ-ຂ່າວສານເນື້ອຫາສາລະໜ້າຮູ້ທີ່ເປັນປະໂຫຍດ, ເຮັດໃຫ້ສື່ມວນຊົນ ປກສ ກາຍເປັນກະບອກສຽງອັນສຳຄັນໃຫ້ແກ່ພັກ-ລັດ, ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຂອງພັກ, ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ສະພາບການດ້ານຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປະກອບສ່ວນອັນສຳຄັນ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເປັນອາວຸດອັນແຫຼມຄົມ ໃນການຕອບຕ້ານທຸກກົນອຸບາຍທຳລາຍມ້າງເພຂອງພວກສັດຕູ ແລະ ບັນດາອິດທິກໍາລັງປໍລະປັກ.

ກົມສື່ມວນຊົນ ໄດ້ເຄື່ອນໄຫວເກັບກຳຂ່າວໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບ ການເກັບກໍາຜົນງານການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບແຂວງ, ຂຽນຂ່າວຕອບໂຕ້ການໃສ່ຮ້າຍປ້າຍສີ, ການບິດເບືອນຄວາມຈິງ ແລະ ສື່ອອນລາຍທີ່ໃສ່ຮ້າຍປ້າຍສີພັກ-ລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນຢ່າງວ່ອງໄວ-ທັນການ ເຊິ່ງສະແດງອອກ ຄື:

ກອງບັນນາທິການ ໜັງສືພິມຄວາມສະຫງົບ ເຄື່ອນໄຫວເກັບກຳຂ່າວໄດ້ 1.445 ຄັ້ງ, ຂຽນຂ່າວໄດ້ 1.435 ຂ່າວ, ຂຽນບົດໄດ້ 866 ບົດ, ສຳພາດໄດ້ 83 ຄັ້ງ, ຮັບຂ່າວຕ່າງແຂວງ ແລະ ກວດແກ້ໄດ້ 2.960 ຂ່າວ, ຮຽບຮຽງຂ່າວຕ່າງປະເທດ, ຂ່າວກິລາ, ຄະດີຕ່າງແດນ ແລະ ບົດຮູ້ໄວ້ໄດ້ປະໂຫຍດໄດ້ 2.549 ບົດຂ່າວ, ກວດບົດ-ກວດຂ່າວໄດ້ທັງໝົດ 4.277 ບົດ-ຂ່າວ, ອັບຂ່າວລົງເວັບໄຊກະຊວງ 645 ຂ່າວ, ປະຈຳການ 750 ຄັ້ງ, ໄດ້ລົງຂ່າວທາງສື່ເຟສບຸກ-ເວັບໄຊ ໜັງສືພິມຄວາມສະຫງົບ 4.304 ຂ່າວ, ອອກແບບຈັດໜ້າໄດ້ 3.524 ໜ້າ ແລະ ໄດ້ກວດແກ້ໜ້າໜັງສືພິມໄດ້ທັງໝົດ 3.524 ໜ້າ.

ກອງບັນນາທິການ ວາລະສານ ເຄື່ອນໄຫວເກັບກໍາຂ່າວໄດ້ 253 ຄັ້ງ, ເຄື່ອນໄຫວເກັບກໍາຂ່າວຕ່າງແຂວງ 5 ຄັ້ງ, ສຳພາດຂ່າວ 38 ຄັ້ງ, ຂຽນຂ່າວໄດ້ 884 ຂ່າວ, ຮັບຂ່າວຈາກຕ່າງແຂວງ ອັບລົງເຟສບຸກ 652 ຂ່າວ, ຂຽນບົດໄດ້ 25 ບົດ, ຮັບບົດນັກສຶກສາ 155 ບົດ, ກວດແກ້ບົດ-ຂ່າວລົງວາລະສານ 125 ບົດ-ຂ່າວ, ລົງຂ່າວເຟສບຸກ-ເວັບໄຊ 1.336 ຂ່າວ, ຈັດໜ້າວາລະສານ 720 ໜ້າ; ກອງບັນນາທິການວິທະຍຸ ຜະລິດລາຍການອອກອາກາດທັງໝົດ 8.640 ຄັ້ງ, ຂຽນຂ່າວໄດ້ທັງໝົດ 2.396 ຂ່າວ, ຂຽນບົດໄດ້ທັງໝົດ 2.83 ບົດ, ຮັບ ແລະ ຂຽນຂ່າວຕ່າງແຂວງ 1.286 ຂ່າວ ແລະ ອ່ານບົດ-ຂ່າວອອກອາກາດ ທັງໝົດ 4.479 ຂ່າວ.

ກອງບັນນາທິການ ໂທລະພາບ ໄດ້ຕິດຕາມໄປນຳ ຄະນະນຳກະຊວງ ເຮັດວຽກຕ່າງແຂວງ ແລະ ຕ່າງປະເທດ 55 ຄັ້ງ, ຜະລິດລາຍການໄດ້ທັງໝົດ 1.514 ຄັ້ງ (ລາຍການອັດເທັບມີ 1.072 ຄັ້ງ, ລາຍການສົດ 820 ຄັ້ງ), ເຄື່ອນໄຫວເກັບກຳຂ່າວຢູ່ສູນກາງ ແລະ ທ້ອງຖິ່ນ 1.102 ຄັ້ງ (ເກັບກຳຂ່າວວາລະແຫ່ງຊາດ 385 ຄັ້ງ), ຂຽນຂ່າວໄດ້ທັງໝົດ 10.803 ຂ່າວ (ຂ່າວວາລະແຫ່ງຊາດ 756 ຂ່າວ), ໂຄສະນາສະປອດໂຄວິດ-19 ຈຳນວນ 2.016 ຄັ້ງ, ສະປອດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 60.480 ຄັ້ງ, ລະຄອນຕ້ານຢາເສບຕິດ 480 ຄັ້ງ, ລາຍການຕ້ານຢາເສບຕິດ 192 ຄັ້ງ, ແຈ້ງຂ່າວ ແລະ ແຈ້ງການຕ່າງໆ 744 ຄັ້ງ, ອັບຂ່າວລົງຢູທູບ, ເຟສບຸກ 4.704 ຄັ້ງ, ສ້າງມູນເຊື້ອໃຫ້ກົມກອງໄດ້ 3 ກົມກອງ ແລະ ສະປອດວັນສ້າງຕັ້ງຂອງກົມກອງຕ່າງໆ 12 ຄັ້ງ.

ທິດທາງແຜນການ ປະຈຳປີ 2023 ຈະສືບຕໍ່ປັບປຸງ ແລະ ພັດທະນາພາຫະນະ ສື່ມວນຊົນ ປກສ, ໜັງສືພິມ, ວາລະສານ, ບັນດາລາຍການໃນສະຖານີວິທະຍຸ, ໂທລະພາບ ປກສ ໃຫ້ມີວິທະຍາສາດ, ການນຳສະເໜີຂໍ້ມູນ-ຂ່າວສານ, ການຜະລິດລາຍການ ຕ້ອງທັນກັບຍຸກສະໄໝອຸດົມສົມບູນ, ມີຫຼາຍຮູບ-ຫຼາຍສີ, ຖືກຕ້ອງ, ຊັດເຈນ, ທັນເວລາ, ທັນກັບເຫດການ, ທັງສ້າງເງື່ອນໄຂໃຫ້ຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ ໄດ້ມີສ່ວນຮ່ວມນຳ.