ພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2023 ຜ່ານມາ, ໂດຍມີ ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັຕ ແສນໄຊ  ພົນອາສາ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ເລກທີ 5251/ກມປສ ລົງວັນທີ 28 ທັນວາ 2022 ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ເລກທີ 287/ປກສ.ຊລ ລົງວັນທີ 20 ມັງກອນ 2023 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກໍາລັງປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ຜູ້ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ, ເຊິ່ງມີຜູ້ໄດ້ຮັບການເລື່ອນຊັ້ນທັງໝົດ 28 ສະຫາຍ ດັ່ງນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ
  • ສິບເອກ ຂຶ້ນ ວາທີ 8 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 3 ສະຫາຍ

ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ.

ໃນພິທີ, ພັອ ຄໍາແພງ ເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ, ປັບປຸງດ້ານແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ, ເຮັດວຽກມີການຄົ້ນຄວ້າ, ວາງແຜນ ແລະ ມີການແບ່ງງານ ພ້ອມທັງສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ເປັນເຈົ້າການກໍ່ສ້າງປັບປຸງຕົນເອງ, ເປັນແບບຢ່າງໃນການນຳພາປະຕິບັດໜ້າທີ່ວຽກງານ, ປະຕິບັດກົດໝາຍ ແລະ ລະບຽບວິໄນຂອງກຳລັງໃຫ້ເຂັ້ມງວດ ພ້ອມກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ມີຄວາມສະຫງົບ-ປອດໄພ.