ວິທະຍາຄານສັນຕິບານປະຊາຊົນ (ວສປ) ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ປາຖະກະຖາໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ ມີຄະນະບັນຊາ, ກົມ, ຫ້ອງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ ໃນວັນທີ 26 ມັງກອນ 2023.

ທ່ານຫົວໜ້າອໍານວຍການ ວສປ ໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອ ແລະ ວິລະກຳອັນລໍ້າເລີດຂອງກອງທັບປະຊາຊົນລາວ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາ ແລະ ບັນຊາໂດຍກົງ ເປັນວັນແຫ່ງການເຕົ້າໂຮມບັນດາກອງກຳລັງປະກອບອາວຸດທີ່ໄດ້ສ້າງຕັ້ງຂຶ້ນໃນເຂດທີ່ໝັ້ນຂອງການປະຕິວັດ ໂດຍແມ່ນເຫດການມູນເຊື້ອທີ່ສໍາຄັນຄັ້ງໃຫຍ່ຫຼວງທີ່ສຸດທາງການເມືອງໃນປະຫວັດສາດຂອງຊາດລາວເຮົາ, ແມ່ນບາດລ້ຽວປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າໄດ້ສືບຕໍ່ດຳເນີນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ຢ່າງຕໍ່ເນື່ອງລຽນຕິດ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່, ຍິ່ງຕີຍິ່ງເຂັ້ມແຂງ ແລະ ສາມາດນຳພາປະຊາຊົນລາວ ບັນດາເຜົ່າເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ 2 ທັນວາ 1975 ມາເຖິງປັດຈຸບັນກອງທັບ ປະຊາຊົນລາວ ຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ຢ່າງໝັ້ນຄົງ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອວິລະຊົນອັນພິລະອາດຫານກ້າ ແກ່ນເດັດດ່ຽວໜຽວແໜ້ນ, ປັບປຸງກໍ່ສ້າງກຳລັງ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້, ທີ່ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 74 ປີ ພ້ອມທັງໄດ້ເຜີຍແຜ່ເອກະສານມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ v, ຂໍ້ຕົກລົງວ່າດ້ວຍປະກັນສຸຂະພາບຕາມລະບົບປະກັນສັງຄົມ; ໂດຍມີ ພົຈວ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ ວຕປ ເຂົ້າຮ່ວມ.