ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໃຫ້ທິດຊີ້ນໍາໃຫ້ຄະນະພັກ-ຄະນະກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຕ້ອງເພີ່ມທະວີການຊີ້ນຳ-ບັນຊາເຄື່ອນໄຫວວິຊາສະເພາະຢ່າງແຂງແຮງ ເອົາໃຈໃສ່ປະຈໍາການກຽມພ້ອມແກ້ໄຂສະພາບການ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ 100%.

ການຊີ້ນໍາຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານລົງເຄື່ອນໄຫວຢ້ຽມຢ້າມ ແລະ ຊີ້ນໍາວຽກງານຢູ່ກອງບັນຊາການປ້ອງກັນທີ່ຕັ້ງ, ໃນວັນທີ 26 ມັງກອນ 2023, ໂດຍການຕ້ອນຮັບຂອງ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍຄະນະຫ້ອງ, ພະແນກ, ກອງພັນ, ກອງຮ້ອຍ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ; ເຊິ່ງທ່ານໄດ້ກ່າວເນັ້ນໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຕ້ອງເພີ່ມທະວີການເຄື່ອນໄຫວວິຊາສະເພາະໃຫ້ແຂງແຮງ ເປັນຕົ້ນເອົາໃຈໃສ່ປະຈໍາການກຽມພ້ອມແກ້ໄຂສະພາບການ, ປ້ອງກັນສະຖານທີ່ສຳຄັນຕ່າງໆຕາມພາລະບົດ ບາດຂອງຕົນໃຫ້ແຂງແຮງ ເຊັ່ນ: ປ້ອງກັນການນໍາພັກ-ລັດ, ກອງປະຊຸມລະດັບຊາດ-ສາກົນ, ງານບຸນສຳຄັນຕ່າງໆຂອງພັກ-ຂອງຊາດ, ສຳນັກງານ-ອົງການ, ໂຄງການກໍ່ສ້າງ, ພື້ນຖານເສດຖະກິດ-ວັດທະນະທຳສັງຄົມແຫ່ງຊາດ, ການເຄື່ອນຍ້າຍວັດຖຸມີຄ່າໃນຂອບເຂດທົ່ວປະເທດ, ສະຖານທູດ-ກົງສູນ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ໃຫ້ມີຄວາມປອດໄພ 100%.

ພ້ອມນີ້, ກໍຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເອົາໃຈໃສ່ກໍ່ສ້າງກົມ-ກອງ ໃຫ້ເຂັ້ມແຂງຮອບດ້ານ, ຕົ້ນຕໍແມ່ນການກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ນິຕິກຳ ແລະ ກົນໄກເຮັດວຽກໃຫ້ມີປະສິດທິຜົນ; ນອກນີ້, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ຕ້ອງສູ້ຊົນປັບປຸງພັກໃຫ້ປອດໃສ ເຂັ້ມແຂງໜັກແໜ້ນ, ພ້ອມທັງເອົາໃຈໃສ່ສູ້ຊົນສ້າງພະລາທິການກັບທີ່ຕາມເງື່ອນໄຂ, ຄວາມສາມາດ ແລະ ທ່າແຮງທີ່ບົ່ມຊ້ອນຂອງກົມກອງ ບົນພື້ນຖານລະບຽບກົດໝາຍ ແລະ ເອົາໃຈໃສ່ກຳແໜ້ນ, ປະຕິບັດແນວທາງການຕ່າງປະ ເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກຳລັງ ປກສ ບັນດາເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງຕາມເງື່ອນໄຂ, ໂດຍສະເພາະການແລກປ່ຽນບົດຮຽນ, ຝຶກອົບຮົມ ແລະ ກໍ່ສ້າງກຳລັງ.

ໃນຕ້ອນທ້າຍ, ພົທ ກົງທອງ ພົງວິຈິດ ກໍຍັງໄດ້ຕາງໜ້າໃຫ້ ກະຊວງ ປກສ ມອບຄອມພິວເຕີ້ຈໍານວນ 5 ຊຸດ ລວມມູນຄ່າ 30 ລ້ານກີບ ໃຫ້ກອງບັນຊາການປ້ອງກັນທີ່ຕັ້ງ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂອງກອງບັນຊາການໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນຕື່ມ ຮັບໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.