ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງ ປະຈຳປີ 2023 ຂອງກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 26 ມັງກອນ 2023 ໂດຍການເປັນປະທານຂອງ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳ ຫຼວດ ກົມສື່ສານເຂົ້າຮ່ວມ.

ພັອ ພູໂຂງ ຈູມມະນີ ຮອງຫົວ ໜ້າກົມສື່ສານ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ ແນວຄິດໃຫ້ພະງານ-ນັກຮົບ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະສະແດງອອກໄດ້ລົງປັບປຸງວຽກງານວິຊາສະເພາະຕິດຕໍ່ສື່ສານລະບົບປ້ອງກັນຕົວເມືອງໃນຂອບເຂດທົ່ວປະເທດ, ລົງສ້ອມແປງ-ປ່ຽນຖ່າຍລະບົບກາວເບດສູນວິທະຍຸທີ່ຖືກຄົນຮ້າຍຕັດສາຍກາວ ເເລະ ສ້ອມແປງແອຢູ່ສູນວິທະຍຸສື່ສານທັນສະໄໝຂອງແຕ່ລະຈຸດສຳເລັດ, ໄດ້ປະສານສົມທົບກັບກົມຊັບສິນ-ທີ່ດິນກົມໃຫຍ່ພະ ລາທິການ ປກສ ແລະ ບັນດາແຂວງ ກ່ຽວກັບການຊຳລະຄ່າກະແສໄຟຟ້າຂອງສູນວິທະຍຸສື່ສານທັນສະໄໝ, ປະສານສົມທົບກັບ ບໍລິສັດ ST Group ແລະ ກົມຄຸ້ມຄອງທຸລະກິດ-ການຜະລິດ ກົມໃຫຍ່ພະລາທິການ ປກສ ກ່ຽວກັບການເຊັນ MOU, ປະສານສົມທົບກັບພະແນກສື່ສານ, ພະແນກຊັບ ສິນກໍ່ສ້າງສ້ອມແປງ ແຂວງຜົ້ງສາລີ ກ່ຽວກັບການສ້າງເຮືອນຕິດຕັ້ງເຄື່ອງອຸປະກອນສື່ສານ, ໄດ້ຈ່າຍເຄື່ອງວິທະຍຸສື່ສານ (ໂຟນີ) ໃຫ້ບັນດາກົມກອງ ອ້ອມຂ້າງກະຊວງ ແລະ ກະຊວງ ການຕ່າງປະເທດ ເຂົ້າຮັບໃຊ້ໃນວຽກງານວິຊາສະເພາະ ແລະ ປ້ອງກັນກອງປະຊຸມ.

ນອກນີ້, ຍັງໄດ້ກະກຽມເຄື່ອງຈັກເຂົ້າຮັບໃຊ້ງານມະຫາກຳກິລາຢູ່ແຂວງຊຽງຂວາງ ຈຳນວນ 300 ເຄື່ອງ, ສຸມໃສ່ສ້ອມແປງເຄື່ອງວິທະຍຸສື່ສານຂອງພະແນກສື່ສານ ກອງບັນຊາການ ປກສ ແຂວງ ທີ່ເປ່ເພໃນທົ່ວປະເທດໄດ້ 178 ເຄື່ອງ, ປ່ຽນໝໍ້ດັດ 1 ເຄື່ອງ, ປ່ຽນ BSCU 1 ຈຸດ, ປ່ຽນເຄື່ອງ Computer ຕັ້ງໂຕະ 1 ເຄື່ອງ, ຕິດຕັ້ງລະບົບແມ່ສົ່ງຕໍ່ເພື່ອປ່ຽນແທນລະບົບເທີໂບທີ່ເປ່ເພພ້ອມທັງໄດ້ລົງ ຕິດຕັ້ງສ້ອມແປງບັນດາສູນວິທະຍຸທີ່ຕິດຂັດຂອງບັນດາ ປກສ ແຂວງ ໃນທົ່ວປະເທດໄດ້ 34 ຄັ້ງ, ແກ້ໄຂ Server, ການຕິດຕາມໜ່ວຍໂຟນີຂອງວິທະຍຸສື່ສານ ແລະ ຍົກຍ້າຍຕິດຕັ້ງເສົາອັ່ງແຕ່ນຄືນໃໝ່ ແຂວງຜົ້ງສາລີ, ກວດກາລະບົບແມ່ສົ່ງຕໍ່ ແລະ ທົດລອງການນໍາໃຊ້ ພ້ອມນັ້ນຍັງໄດ້ຕິດຕາມການເຮັດວຽກຂອງລະບົບສູນວິທະຍຸປ້ອງ ກັນຕົວເມືອງ 150 ຈຸດ, ເຂົ້າໂປແກຣມຈັກໂຟນີ ໃຫ້ກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ທົ່ວປະເທດ ຈຳນວນ 4.357 ເຄື່ອງວິທະຍຸສື່ສານຕິດລົດ 15 ເຄື່ອງ, ປະສານສົມທົບກັບພະແນກສື່ສານ ປກສ ແຂວງ ໃນທົ່ວປະເທດກວດກາບັນດາຕາໜາງຕິດຕໍ່ລະບົບຄື້ນຍາວ HF ທັງໝົດ 261 ຫ້ອງສາຍ, ຫ້ອງສາຍທີ່ຕິດຕໍ່ໄດ້ປົກກະຕິມີ 238 ຫ້ອງສາຍ. ໃນນັ້ນ, ຂະຫຍາຍໃໝ່ 1 ຫ້ອງສາຍ, ຕາໜ່າງຕິດຕໍ່ຄື້ນສັ້ນລະບົບປ້ອງກັນຕົວເມືອງໂຟນີທັງໝົດໃນທົ່ວປະເທດມີ 5.965 ເຄື່ອງ, ຢູ່ ປກສ ແຂວງ ແລະ ປກສ ເມືອງ ມີ 4.343 ເຄື່ອງ, ຢູ່ບັນດາກົມກອງອ້ອມຂ້າງ ກະຊວງ ແລະ ປກສ ນະຄອນຫຼວງ ມີ 1.622 ເຄື່ອງ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ເວົ້າລວມ ເວົ້າສະເພາະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານກົມສື່ສານ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເພື່ອຮັບປະກັນບໍ່ໃຫ້ມີເຫດ ການຄວາມບໍ່ສະຫງົບໃດໆເກີດຂຶ້ນ ແລະ ສຸມໃສ່ 4 ແຜນງານ 1 ໂຄງການໃຫ້ເປັນຮູບປະທຳ.