ພິທີເປີດໂຮງແຮມດາວດອກງິ້ວຄຳ ລະດັບ 5 ດາວ ໄດ້ຈັດຂຶ້ນຕອນຄໍ່າຂອງວັນທີ 27 ມັງກອນ 2023, ທີ່ເຂດເສດຖະກິດພິເສດສາມຫ່ຼຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ, ມີການນຳຂັ້ນສູງຈາກສູນກາງ, ອະດີດການນຳຂັ້ນສູນກາງ, ລັດຖະມົນຕີ-ຮອງລັດຖະມົນຕີ ຕະຫຼອດຮອດແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮວ່ມ.

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄວາມເຫັນກ່າວເປີດໂຮງແຮມດອກດາວຄໍາ ລະດັບ 5 ດາວ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນຄັ້ງນີ້ວ່າ: ຄືດັ່ງທີ່ພວກເຮົາຮູ້ນໍາກັນເເລ້ວວ່າໂຮງແຮມດາວດອກງິ້ວຄຳ ລະດັບ 5 ດາວ ກໍແມ່ນໜຶ່ງໃນໂຄງ ການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານ ສປປ ລາວ ສົ່ງເສີມໃນສັນຍາສະບັບປັບປຸງປີ 2014, ເຊິ່ງໄດ້ເລີ່ມຕົ້ນການກໍ່ສ້າງນັບແຕ່ ປີ 2019 ເປັນຕົ້ນມາ. ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດ; ໂຮງແຮມດັ່ງກ່າວ ລວມມີທັງໝົດ 515 ຫ້ອງ, ສາມາດຮອງຮັບແຂກໄດ້ເຖິງ 980 ຄົນ ໃນເວລາດຽວກັນ, ເຊິ່ງເປັນໂຮງແຮມໃຫຍ່ຫຼູຫຼາ, ໂດດເດັ່ນ ເເລະ ສວຍງາມ, ໄດ້ອອກແບບປະສົມປະສານເປັນເອກະລັກຊົນເຜົ່າຂອງອາຊີຕາເວັນອອກສຽງໃຕ້ ( ຮູບແບບດອກງິ້ວຄໍາ ), ທຸກພາກສ່ວນຕ່າງໆ ທັງພາຍນອກ ແລະ ພາຍໃນຂອງໂຮງແຮມແມ່ນອອກແບບໃຫ້ທັນສະໄໝ, ມີລະບົບອໍາ ນວຍຄວາມສະດວກຄົບຊຸດ, ມີຮ້ານອາຫານ, ຮ້ານບັນເທີງ, ບ່ອນພັກຜ່ອນ ແລະ ບ່ອນຊົມວິວທິວທັດທຳມະຊາດທີ່ສວຍສົດງົດງາມ, ໂຮງແຮມຕັ້ງຢູ່ ໃຈກາງເຂດພິເສດສາມຫຼ່ຽມຄຳ ມີເນື້ອທີ່ການກໍ່ສ້າງທັງໝົດ 110.000 ຕາແມັດ, ມູນຄ່າການກໍ່ສ້າງທັງໝົດ 200 ລ້ານໂດລາສະຫະລັດ.

ທ່ານຍັງກ່າວຕື່ມອິກວ່າ ການຈັດພິທີເປີດໂຮງແຮມດາວດອກງິ້ວຄໍາ ຂຶ້ນຢ່າງເປັນທາງການແມ່ນເປັນກິດຈະກຳໜຶ່ງຂອງການຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ພະຈຳປີ 2023,ໂຮງແຮມ ຊແຫ່ງນີ້ເປັນໂຮງແຮມລະດັບ 5 ດາວ ທີ່ ຕັ້ງຢູ່ເຂດເສດຖະກິດພິເສດສາມຫ່ຼຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂຮງແຮມດັ່ງກ່າວຈະເປັນບ່ອນຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວໃນເຂດເສດຖະກິດພິເສດ ໄດ້ຢ່າງພຽງພໍ ແລະ ເປັນໂຮງແຮມທີ່ຕັ້ງຢູ່ຈຸດໃຈກາງຂອງເຂດ.