ກົມສື່ສານ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໂດຍການເປັນປະທານ ແລະ ປາຖະກະຖາຂອງ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ ກະຊວງປ້ອງກັນ ຄວາມສະຫງົບ, ມີຄະນະພັກ, ຄະນະກົມ ພ້ອມດ້ວຍຫົວໜ້າພະແນກ-ຮອງພະ ແນກ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດພາຍໃນກົມ ເຂົ້າຮ່ວມ.

ພົຈວ ແສງປະເສີດ ສຸທໍາມະວົງ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອຂອງການຕໍ່ສູ້ທີ່ຍືດເຍື້ອຍາວນານ ແລະ ບໍ່ຍອມຈໍານົນຈາກພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ຂອງກອງທັບປະຊາຊົນລາວ; ເຊິ່ງຍາມໃດກໍມີສະຕິລະວັງຕົວສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ແລະ ຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ຍິ່ງຕີຍິ່ງເຂັ້ມແຂງ ແລະ ໄດ້ຮັບໄຊຊະນະເປັນກ້າວໆມາຄຽງຄູ່ດຽວກັນ, ກອງທັບປະຊາຊົນລາວ ຍາມໃດກໍຈົດຈໍາສະເໝີວ່າ: ການຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງເເຮງ ແລະ ເປັນບ່ອນອີງ ອັນແໜ້ນແກ່ນຂອງຕົນ, ການເພີ່ມທະວີກ້ອນກຳລັງສາມັກຄີອັນແໜ້ນແກ່ນຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະ ພາບໃນລະດັບສູງທາງດ້ານການເມືອງ-ແນວຄິດລະຫວ່າງປະຊາຊົນກັບກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕຸ້ມ ແລະ ການປະກອບສ່ວນຊ່ວຍເຫຼືອຢ່າງຈິງໃຈຂອງປະຊາຊົນລາວບັນດາເຜົ່າຕໍ່ກອງທັບນັ້ນເປັນກຳລັງແຮງຊະນະເລີດຂອງກອງທັບປະຕິວັດ, ແມ່ນໜຶ່ງໃນປັດໄຈຕົ້ນຕໍຕັດສິນທຸກຜົນສໍາເລັດໃນການຕໍ່ສູ້ມີໄຊ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກອງທັບເຮົາ.

ສໍາລັບຜົນສໍາເລັດມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ບັນດາຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກ ສາຫາ ລື, ປະກອບຄໍາຄິດເຫັນຢ່າງເລິກເຊິ່ງ, ພາວະວິໄສບົນຈິດໃຈແຫ່ງການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາສະຫາຜູ້ແທນກອງປະ ຊຸມ ແລະ ໄດ້ເປັນເອກະພາບກັນຕົກລົງຮັບຮອງເອົາເນື້ອໃນຕົ້ນຕໍຂອງກອງປະຊຸມ ເປັນຕົ້ນແມ່ນບົດສະຫຼຸບຕີລາຄາສະພາບການເມືອງ-ແນວຄິດແຕ່ປີ 2003 ຈົນເຖິງປັດຈຸບັນ, ເຊິ່ງສະ ເໜີໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈໍາການຄະນະ ຊີ້ນໍາກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V.