ສຳນັກຂ່າວຊິນຫົວ ລາຍງານຈາກນະຄອນຫຼວງໄນໂຣບີ ປະເທດເຄນຢາ ໃນວັນທີ 28 ມັງກອນ ທີ່ຜ່ານມາ ວ່າ: ທ່ານ ອີລູດ ໂອວາໂລ ເລຂາທິການຄະນະລັດຖະມົນຕີ ປະຈຳ ກະຊວງເຕັກໂນໂລຊີ, ການສື່ສານ ແລະ ເສດຖະກິດດິຈີຕໍ ຂອງເຄນຢາ ກ່າວວ່າ ລັດຖະບານເຄນຢາ ໄດ້ວາງແຜນມຸ່ງສູ່ການເປັນສູນກາງດິຈີຕໍລະດັບພາກພື້ນຂອງ ທະວີບອາຟຣິກາ ພາຍໃນໄລຍະເວລາບໍ່ເທົ່າໃດປີຂ້າງໜ້ານີ້.

ສຳລັບແຜນການຂອງລັດຖະບານ ແມ່ນກວມເອົາການຂະຫຍາຍເຄືອຂ່າຍສາຍໃຍແກ້ວ, ການປັບປຸງການບໍລິການພາກລັດ ໃຫ້ຢູ່ໃນຮູບແບບດິຈີຕໍ ແລະ ການຕິດຕັ້ງສັນຍານອິນເຕີເນັດໄຮ້ສາຍ (Wi-Fi) ໃນທົ່ວປະເທດ, ໂດຍໃຫ້ບໍລິການແບບບໍ່ມີຄ່າໃຊ້ຈ່າຍ; ນອກຈາກນັ້ນ, ຍັງມີການວາງແຜນກ່ຽວກັບ ການຂະຫຍາຍເຄືອຂ່າຍສາຍໃຍແກ້ວ, ການນຳເອົາເຕັກໂນໂລຊີດິຈີຕໍ ໃຊ້ເຂົ້າໃນວຽກງານບໍລິການຂອງພາກລັດ, ການໃຫ້ບໍລິການອິນເຕີເນັດໄວຟາຍ ແລະ ການຈັດຕັ້ງສູນດິຈີຕໍຕາມຊຸມຊົນ.

ປັດຈຸບັນ, ເຄນຢາ ພວມຢູ່ໃນລະຫວ່າງການເປີດຮັບເຕັກໂນໂລຊີ ລັດຖະບານຈຶ່ງຢູ່ລະຫວ່າງການພັດທະນາຂອບເຂດການເຮັດວຽກ ສຳລັບເພີ່ມການປົກປ້ອງຂ້ໍມູນ ແລະ ຄວາມເປັນສ່ວນຕົວ ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດດິຈີຕໍ.