ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາພື້ນຖານສໍາຄັນໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ໃນຄັ້ງວັນທີ 30 ມັງກອນ 2023.

ທ່ານຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງຂອງກອງ ປະຊຸມກົມການເມືອງສູນກາງເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023; ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 26 ມັງກອນ 2023; ກອງປະຊຸມສະ ໄໝສາມັນຂອງຄະນະ ປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາ ເດືອນມັງກອນ 2023 ໄດ້ດໍາເນີນເປັນ ເວລາ 2 ວັນເຕັມ ໃນວັນທີ 30-31 ມັງ ກອນ 2023 ພາຍໃຕ້ການນໍາພາຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມ ຈໍານວນ 15 ທ່ານ; ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາ ເຫັນຢ່າງເລິກເຊິ່ງຖີ່ຖ້ວນຂອງບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະ ນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມັງກອນ 2023 ໃນວາ ລະຕອນເຊົ້າຂອງວັນທີ 30 ມັງ ກອນ 2023 ໄດ້ຕົກລົງ ຄືດັ່ງນີ້:

1), ໂຍກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງນໍ້າທາ;

2), ໂຍກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ;

3), ໂຍກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ;

4), ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ;

5), ແຕ່ງຕັ້ງທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່;

6), ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການຮຽບຮຽງກົດໝາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງ ຊາດ ຊຸດທີ IX, ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍປີ 2023- 2025, ຄົ້ນຄວ້າພິຈາລະນາບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.