ແຂວງບໍ່ແກ້ວ ຖືສຳຄັນການສຶກສາອົບຮົມການເມືອງ-ແນວຄິດ ສ້າງສະຕິການປົກປັກຮັກສາຄວາມສະຫງົບລຽບຕາມຊາຍແດນ ຕິດພັນກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເຊິ່ງການນຳແຂວງໄດ້ຖືເອົາວຽກງານນີ້ເປັນກົກ ຕິດພັນສອດຫ້ອຍໃນທຸກຂົງເຂດວຽກງານ.

ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກງານພັກ-ພະນັກງານ ແຂວງບໍ່ແກ້ວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃນຫົວຂໍ້ ” ການສຶກສາອົບຮົມການເມືອງ-ແນວຄິດ ສ້າງສະຕິການປົກປັກຮັກສາຄວາມສະຫງົບຢູ່ລຽບຕາມຊາຍແດນ ຕິດພັນກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ ” ວ່າ:

ດ້ວຍທີ່ຕັ້ງຈຸດພິເສດຂອງແຂວງບໍ່ແກ້ວ ເຮັດໃຫ້ມີທັງດ້ານດີ, ດ້ານຕັ້ງໜ້າ ໃນການພັດທະນາ ແລະ ມີຂໍ້ຫຍຸ້ງຍາກທ້າທາຍຕໍ່ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ດ້ານດີທີ່ຕັ້ງໜ້າ ໂດຍອີງໃສ່ທີ່ຕັ້ງພູມສັນຖານທີ່ມີຊາຍແດນຕິດກັບຕ່າງປະເທດ, ພວກເຮົາໄດ້ຊຸກຍູ້ສົ່ງເສີມການພົວພັນເສດຖະກິດກັບຕ່າງປະເທດ ເຊັ່ນ: ການບໍລິການໆຄ້າ, ການທ່ອງທ່ຽວ, ການຂົນສົ່ງເຊື່ອມຕໍ່ໄທ-ມຽນມາ, ການຜະລິດກະສິກໍາ, ອຸດສາຫະກໍາ ເພື່ອສະໜອງພາຍໃນ ແລະ ສົ່ງອອກ.

ພ້ອມກັນນັ້ນ, ເຂດຊາຍແດນຍັງເປັນທາງຜ່ານຂອງຢາເສບຕິດທີ່ມີມາແຕ່ດົນນານ ແລະ ມີປະກົດການຫຍໍ້ທໍ້ຫຼາຍຢ່າງ ເຊັ່ນ: ການຄ້າຂາຍເຖື່ອນລົບຫຼີກພາສີ, ການເຄື່ອນຍ້າຍຂອງພົນລະເມືອງທີ່ບໍ່ຖືກຕ້ອງ, ການລັກເຂົ້າ-ອອກເມືອງຂອງຄົນຕ່າງປະເທດ, ການກໍ່ອາຊະຍາກໍາຕາມລໍາແມ່ນໍ້າຂອງ, ການລັກພາຕົວ, ການເລື່ອມລໍ້າເຂດນໍ້າແດນດິນ ແລະ ບັນຫາອື່ນໆ.

ໂດຍເຫັນໄດ້ດ້ານຫຍໍ້ທໍ້ ແລະ ສິ່ງທ້າທາຍດັ່ງກ່າວນັ້ນ, ຄະນະພັກອົງການປົກຄອງແຕ່ລະຂັ້ນ, ແຕ່ລະຊຸດ, ແຕ່ລະສະໄໝ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ໃນການແກ້ໄຂ ໂດຍເລີ່ມຈາກການເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ຖືວຽກນີ້ເປັນກົກ, ເປັນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ.

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ປະຊາຊົນ ເຊື່ອມຊຶມຕໍ່ແນວທາງນະໂຍບາຍ, ກົດໝາຍລະບຽບການຕ່າງໆ, ສ້າງສະຕິຊາດ, ສະຕິຄວາມຕື່ນຕົວໃນການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ສ້າງຄວາມເປັນເຈົ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕາມຊາຍແດນ; ພິເສດແມ່ນ ສ້າງຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ການປະຕິບັດ 2 ວາລະແຫ່ງຊາດ ແລະ ລົງເລິກການແກ້ໄຂບັນຫາຢາເສບຕິດ.

ໃນນີ້, ເນື້ອໃນທີ່ໄດ້ນຳໄປສຶກສາອົບຮົມ ມີຄື: ການຄັດຈ້ອນເອົາແນວທາງ, ກົດໝາຍ ແລະ ນິຕິກຳຕ່າງໆຂອງສູນກາງທີ່ກ່ຽວພັນເຖິງບັນຫາຊາຍແດນ, ບັນຫາການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂປະກົດການຫຍໍ້ທໍ້ ແລະ ການຜັນຂະຫຍາຍສອງວາລະແຫ່ງຊາດ, ສ້າງເປັນເອກະສານຂອງ ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ ແລະ ເມືອງຈຳນວນໜຶ່ງ ເພື່ອໄປສຶກສາອົບຮົມ.

ພ້ອມທັງ ສ້າງເປັນເອກະສານຂອງບາງພະແນກການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ເພື່ອສຶກສາອົບຮົມ, ແນະນຳການຈັດຕັ້ງປະຕິບັດ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເຊິ່ງໃນນັ້ນໄດ້ແບ່ງຄວາມຮັບຜິດຊອບໃຫ້ການນຳແຂວງ ລົງຊີ້ນຳການນຳເມືອງເປັນພິເສດ ຕໍ່ການນຳພາແນວຄິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຢູ່ເຂດຊາຍແດນ.

ພົບປະໂອ້ລົມປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດ ຢູ່ລຽບຕາມຊາຍແດນ ຕິດພັນກັບ ການຊີ້ນໍາການແກ້ໄຂບັນຫາທີ່ເກີດຂຶ້ນຕົວຈິງ ຄຽງຄູ່ກັບການສ້າງຂະບວນການແຂ່ງຂັນປະຕິບັດຄໍາຂວັນຂໍ້ແຂ່ງຂັນທີ່ວ່າ: ສ້າງຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ, ສ້າງບ້ານກຸ່ມບ້ານສູ້ຮົບຕິດລຽນ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ສ້າງບ້ານສະຫະພັນແມ່ຍິງ 3 ດີ ແລະ ສ້າງບ້ານຊາວໜຸ່ມ 4 ບຸກ.

ພ້ອມກັບການຫັນພະນັກງານລົງກໍ່ສ້າງຮາກຖານດ້ວຍຫຼາຍວິທີ ລົງເປັນຂະບວນການ, ລົງຮາກຖານຕາມສາຍຕັ້ງພະແນກການ, ອົງການ, ລົງແບບມີຈຸດສຸມ ໂດຍສະເພາະແມ່ນໄດ້ສຸມໃສ່ພະນັກງານຂອງແຂວງ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ລົງຮາກຖານການເມືອງ, ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບ ວຽກງານ 3 ສ້າງ ໃນ 39 ບ້ານຈຸດສຸມທົ່ວແຂວງ ໃນນັ້ນມີ 28 ບ້ານ ທີ່ເປັນບ້ານລຽບຕາມຊາຍແດນ.

ປະຕິບັດ 8 ແຜນວຽກໃຫຍ່ ໂດຍອັນຕົ້ນຕໍແມ່ນ ການແກ້ໄຂບັນຫາຢາເສບຕິດ, ການຄຸ້ມຄອງສຳມະໂນຄົວ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງທີ່ຜິດກົດໝາຍອື່ນໆ, ໄດ້ນຳໃຊ້ທຸກພາຫະນະສື່ມວນຊົນ ເຊັ່ນ: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ໂທລະໂຄ່ງ ເຂົ້າໃນການສຶກສາອົບຮົມ, ເຊິ່ງການນໍາໃຊ້ໂທລະໂຄ່ງ ເຂົ້າໃນການສຶກສາອົບຮົມປະຊາຊົນແຕ່ລະມື້, ແຕ່ລະວັນ ແມ່ນມີປະສິດທິຜົນ.

ຜ່ານການຈັດຕັ້ງປະຕິບັດ ໄດ້ຮັບຜົນສຳເລັດຈຳນວນໜຶ່ງ ເປັນຕົ້ນແມ່ນ ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເພີ່ມຄວາມເປັນເຈົ້າການຕ້ານ ແລະ ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງສະແດງອອກຄື: ສາມາດແກ້ໄຂຄົນເຂົ້າ-ອອກເມືອງຜິດກົດໝາຍ ໄດ້ 9.293 ຄົນ, ແກ້ໄຂການເຄື່ອນຍ້າຍພົນລະເມືອງ ມາຕັ້ງຖິ່ນຖານຕາມຊາຍແດນທີ່ບໍ່ຖືກຕ້ອງ ໄດ້ 93 ຄອບຄົວ 767 ຄົນ, ສາມາດຢຶດຢາບ້າ ໄດ້ 177.006.125 ເມັດ, ຢາໄອສ໌ 2.681 ກິໂລກຼາມ, ເຮໂຣອິນ 3,1 ກິໂລກຼາມ, ແປ້ງຝຸ່ນ 7.225 ກິໂລກຼາມ.

ສ້າງບ້ານຢູ່ລຽບຕາມຊາຍແດນ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 13 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ ໄດ້ 14 ບ້ານ, ບ້ານປອດຢາເສບຕິດ ໄດ້ 11 ບ້ານ, ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ 49 ບ້ານ, ສ້າງບ້ານສະຫະພັນແມ່ຍິງ 3 ດີ ໄດ້ 62 ບ້ານ, ສ້າງບ້ານຊາວໜຸ່ມ 4 ບຸກ ໄດ້ 19 ບ້ານ, ຝຶກອົບຮົມຫັດແອບ ສ້າງທ່າສະໜາມປ້ອງກັນບໍລິເວນຕົວເມືອງຊາຍແດນ ໄດ້ໜຶ່ງເມືອງ; ໄປຄຽງຄູ່ກັນນັ້ນ, ໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດລຽບຕາມຊາຍແດນ ເຊັ່ນ: ພັດທະນາການທ່ອງທ່ຽວ, ການຜະລິດສິນຄ້າ, ການບໍລິການ ແລະ ພື້ນຖານໂຄງລ່າງຈໍານວນໜຶ່ງ.

ຈາກການເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ໄດ້ເຮັດໃຫ້ເຂດຊາຍແດນມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ບັນຫາຢາເສບຕິດ ໄດ້ຮັບການແກ້ໄຂເປັນກ້າວໆ.