ໃນວັນທີ 28 ມັງກອນ 2023, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ  ພ້ອມຄະນະໄດ້ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດເມືອງຕົ້ນ ເຜິ້ງ  ແຂວງບໍ່ແກ້ວ ໂດຍການຕ້ອນ ຮັບຂອງທ່ານ ຈ້າວ ເຫວີຍ ປະທານ ສະພາຜູ້ບໍລິຫານເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ແຂວງບໍ່  ແກ້ວ, ມີບັນດາການນໍາພັກແຂວງ, ຫົວ ໜ້າ-ຮອງຫົວໜ້າຫ້ອງວ່າ ການແຂວງ, ເຈົ້າເມືອງ, ກອງ ບັນ ຊາການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຄະນະພັກ, ຄະນະນໍາຄຸ້ມຄອງເສດຖະກິດພິ ເສດ ເຂົ້າຮ່ວມ.

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໃນໄລ ຍະຜ່ານມາ, ຄະນະຄຸ້ມຄອງເຂດຖະກິດພິເສດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານພາຍໃນໃຫ້ມີຫຼັກໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ລັດວາງອອກ.

ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ກໍໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫຼັກໃນການຄຸ້ມຄອງບໍລິຫານຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂໃຫ້ແກ່ນັກລົງທຶນ, ຜູ້ປະກອບການດຶງດູດການລົງທຶນເຂົ້າໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເພື່ອໃຫ້ຜູ້ພັດທະນາ, ນັກລົງທຶນໃຫ້ຄວາມເຊື່ອໝັ້ນໃນການຮັກສາຄວາມສະຫງົບ, ປອດໄພ, ສ້າງແຜນປັບປຸງແບບແຜນວິທີເຮັດວຽກຂອງ 3 ກ້ອນ ກຳລັງ ຄື: ກ້ອນກຳລັງ ປກຊ-ປກສ ແລະ ໜ່ວຍງານ ລປພ ເພື່ອປ້ອງກັນເວນຍາມ ແລະ ຜັດປ່ຽນກັນປະຈຳການຕະຫຼອດ 24 ຊົ່ວໂມງ, ຕິດຕັ້ງກ້ອງວົງຈອນປິດໃນສະຖານທີ່ສໍາຄັນຕ່າງໆຢູ່ພາຍໃນ ເພື່ອຕິດຕາມສະພາບພາຍໃນເຂດໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເອົາໃຈໃສ່ປັບປຸງ ແລະ ສ້າງຕາໜ່າງສືບຂ່າວໃຫ້ມີຄຸນນະ ພາບ ສາມາດກຳແໜ້ນເປົ້າໝາຍຢ່າງຖືກຕ້ອງ, ຮັບປະກັນຕາມຫຼັກວິຊາສະເພາະ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມຜູ້  ທີ່ກະທໍາຜິດ ແລະ ມີແນວຄິດທີ່ບໍ່ຖືກຕ້ອງ, ບໍ່ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ບໍ່ໃຫ້ກະທຳຜິດຕໍ່ໄປ. ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງດຳເນີນ 27 ເລື່ອງ, ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ຄະນະຄຸ້ມຄອງເສດຖະກິດພິດເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດພິເສດໃຫ້ກາຍ ເປັນຕົວເມືອງທີ່ທັນສະ ໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ, ສາມາດກາຍເປັນແຫຼງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ແຕ່ສິ່ງສໍາຄັນຕ້ອງຕິດພັນກັບຮ່ອງຮອຍປະຫວັດສາດ, ຮີດຄອງປະເພນີ, ວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ, ຕາມຫົວໜ່ວຍບໍລິຫານໃນເງື່ອນໄຂເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວພິເສດຕ້ອງໄດ້ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ ໂດຍມອບໃຫ້ສູນກາງປະສານສົມທົບກັບທ້ອງຖິ່ນພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນໜ່ວຍງານໜຶ່ງຄຸ້ມຄອງບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄໝ, ເປັນບ່ອນພັກຜ່ອນ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ເປັນຕົວ ແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.