ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ລົງເຄື່ອນໄຫວເຮັດວຽກກັບຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ປກສ ແຂວງຜົ້ງສາລີ, ປກສ ແຂວງບໍ່ແກ້ວ ແລະ ຄະນະບໍລິຫານງານຊາວໜຸ່ມ ປກສ ແຂວງອຸດົມໄຊ ໃນວັນທີ 31 ມັງກອນ 2023, ເຂົ້າຮ່ວມມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ແຂວງ, ເລຂາ-ຄະນະໜ່ວຍຊາວໜຸ່ມ ເຂົ້າຮ່ວມ.

ພັທ ສີສົມບັດ ໄຊປັນຍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເຜີຍແຜ່ຂໍ້ຫ້າມຂອງລັດຖະມົນຕີກະຊວງ ປກສ ຕໍ່ນາຍ ແລະ ພົນຕຳຫຼວດ, ຄຳສັ່ງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍ ໃນກຳລັງປ້ອງກັນຄວາມສະຫງົບ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ແລະ ແຈ້ງການແນະນຳການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມໃນກຳລັງປ້ອງກັນຄວາມສະຫງົບ ໃນເງື່ອນໄຂໃໝ່ຂອງການປະຕິວັດ ໂດຍຢືນຕໍ່ໜ້າສະພາບການທີ່ມີສິ່ງທ້າທາຍທົດສອບນາໆປະການຕໍ່ກຳລັງປ້ອງກັນຄວາມສະຫງົບ ກໍຄືຕໍ່ຊາວໜຸ່ມກຳລັງປ້ອງກັນຄວາມສະຫງົບ.

ໃນໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ໄດ້ໃຫ້ທິດຊີ້ນໍາຄະນະບໍລິຫານງານຊາວໜຸ່ມ 4 ປກສ ແຂວງດັ່ງກ່າວ ຈົ່ງເພີ່ມທະວີໃນການຊີ້ນໍາ-ນຳພາສະມາ ຊິກຊາວໜຸ່ມ ໃຫ້ມີສະຕິໃນການປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ໂດຍສະເພາະແມ່ນການນໍາໃຊ້ສື່ສັງຄົມອອນລາຍ, ການດໍາລົງຊີວິດຢ່າງມີສະຕິ ເປັນຕົ້ນແມ່ນໃນຍຸກເສດຖະກິດຂອງປະເທດຊາດກໍາລັງພົບກັບຄວາມຫຍຸ້ງຍາກແບບນີ້ ພ້ອມທັງສຶກສາອົບຮົມໃຫ້ສະມາຊິກຈົ່ງມີສະຕິຄວາມປະຢັດມັດທະຍັດໃນການໃຊ້ຈ່າຍ.