ໃນໄລ 5 ປີຜ່ານມາ (2018-2022), ໜ່ວຍສະຫະພັນແມ່ຍິງກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງ ປກສ ສາມາດຄັດເລືອກແມ່ຍິງ 3 ດີ ໄດ້ 15 ສະ ຫາຍ , ເປັນໜ່ວຍແມ່ຍິງ 3 ດີ ປະເພດ I ເທົ່າກັບ 100%.

ພັທ ນາງ ຈັນທາ ນັນທະວົງ ຫົວໜ້າໜ່ວຍສະຫະພັນແມ່ຍິງກົມນະໂຍບາຍ ກ່າວວ່າ: ໃນໄລຍະ 5 ປີ ຜ່ານມາ, ໜ່ວຍສະຫະພັນແມ່ຍິງກົມນະໂຍບາຍໄດ້ຈັດຕັ້ງຜັນຂະຫຍາຍບົດແນະນໍາຂອງສະຫະພັນແມ່ຍິງກະຊວງ ປກສ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເປັນຕົ້ນແມ່ນການບຸກລະດົມປະຕິບັດວຽກງານວິຊາສະເພາະ, ປະຕິບັດ 4 ຄາດໝາຍ 4 ເນື້ອໃນ 4 ການພົວພັນ ແລະ ການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ມະຕິ 3 ສ້າງ ໄປພ້ອມໆກັບຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ, ຂອງກຳ ລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂອງແມ່ຍິງລາວ ແລະອື່ນໆ; ຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນການດຳເນີນຊີວິດການເມືອງ ເພື່ອ ສະກັດກັ້ນ ແລະ ຕ້ານປະກົດກາານຫຍໍ້ທໍ້ທີ່ຈະເກີດຂຶ້ນໃນທັນແຖວແມ່ຍິງ, ຄອບຄົວ ແລະ ສັງຄົມ, ເປັນທັງບ່ອນອີງໃນການຕີລາຄາຄັດເລືອກປະເພດແມ່ຍິງປະຈຳເດືອນ, ປະຈຳໄຕມາດ, 6 ເດືອນ ແລະ ປະຈຳປີ.

ຜ່ານການຄັດເລືອກໃນ 5 ປີ ມີສະມາຊິກເຂົ້າຮ່ວມແຂ່ງຂັນທັງໝົດ 15 ສະ ຫາຍ, ສາມາດຄັດເລືອກໄດ້ແມ່ຍິງ 3 ດີໄດ້ 15 ສະຫາຍ, ເທົ່າກັບ 100%, ເປັນໜ່ວຍ ແມ່ຍິງ 3 ດີ ປະແພດ I ເທົ່າ ກັບ 100% ທັງໝົດນັ້ນໄດ້ສະແດງ ໃຫ້ວ່າ, ຜ່ານຂະບວນການປະຕິບັດຂໍ້ແຂ່ງ ຂັນ 3 ດີ ສະມາຊິກສະຫະພັນແມ່ຍິງສ່ວນຫຼາຍໄດ້ຮັບການຝຶກຝົນຫຼ່ໍຫຼອມຕົນເອງ ສ້າງໃຫ້ມີຄວາມກ້າວໜ້າ, ການຈັດຕັ້ງ ສະຫະພັນແມ່ຍິງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ເຊິ່ງເປັນການປະກອບສ່ວນສ້າງໃຫ້ກົມກອງ ແລະ ໜ່ວຍພັກ ມີຄວາມເຂັ້ມແຂງ ພ້ອມທັງສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນກົມກອງ ແລະ ສັງຄົມ, ຕັ້ງໜ້າສ້າງຂະບວນການແຂງຂັນປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ຄອບຄົວດີໃຫ້ສະມາຊິກແມ່ຍິງທຸກສະຫາຍປະຕິບັດວຽກງານໃນແຕ່ລະພະແນກໄດ້ມີຄວາມຮັບຜິດຊອບສູງ, ຕິດພັນກັບຂະບວນການລວມຂອງກົມກອງແຕ່ລະໄລຍະ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານໜ່ວຍແມ່ຍິງກົມນະໂຍບາຍໃນໄລຍະ 5 ປີ (2018-2022) ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ, ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2023, ເຂົ້າຮ່ວມເປັນປະທານໂດຍ ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ມີບັນດາສະມາຊິກແມ່ຍິງພາຍໃນກົມເຂົ້າຮ່ວມ.