ໃນໄລຍະປີ 2022 ຜ່ານມາ, ຄະນະພັກ-ຄະນະອໍານວຍການ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຖືເອົາວຽກງານການສິດສອນຂອງຄູ-ອາຈານ ເປັນບັນຫາສໍາຄັນໃນການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດທາງດ້ານວຽກງານວິຊາສະເພາະ; ເຊິ່ງໃນໄລຍະ 1 ປີ ຜ່ານມາ, ຄູ-ອາຈານ ວສປ ໄດ້ເຄື່ອນໄຫວວຽກງານຂຶ້ນຫ້ອງສິດສອນນັກສຶກສາທຸກຮຸ່ນ-ທຸກລະບົບ ໄດ້ 12.951 ຊົ່ວໂມງ.

ພັອ ເຫວີຍສຸກ ພົມມະຈັນ ຫົວໜ້າຫ້ອງການ ວສປ ກ່າວໃນກອງປະຊຸມສະຫຼຸບການເຄື່ອນວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ວສປ ໃຫ້ຮູ້ວ່າ:

ປີ 2022 ຜ່ານມາ, ຄະນະພັກ-ຄະນະອຳນວຍການ ວສປ ໄດ້ຖືເອົາວຽກງານການສິດສອນຂອງຄູ-ອາຈານ ເປັນວຽກງານຕົ້ນຕໍໃນການປະຕິບັດໂຄງການ-ຫຼັກສູດ ໄປຄຽງຄູ່ກັບ ການຄົ້ນຄວ້າຕຳລາຮຽນ, ແຕ່ງ-ແປ ແລະ ກວດແກ້ຮຽບຮຽງບົດສອນ ໂດຍຖືເອົາການປະສານສົມທົບກັບ ກົມວິຊາສະເພາະ, ກອງບັນຊາການ ປກສ ທ້ອງຖິ່ນ ແລກປ່ຽນທາງດ້ານທິດສະດີ, ຂໍ້ມູນພຶດຕິກຳຕົວຈິງ ເພື່ອປັບປຸງ ແລະ ພັດທະນາບົດສອນໃຫ້ມີບາດກ້າວອັນໃໝ່  ແລະ ຖືກຕ້ອງກັບສະພາບການໃນປັດຈຸບັນ.

ເຊິ່ງໃນໄລຍະ 1 ປີ ຜ່ານມາ, ຄູ-ອາຈານ ວສປ ໄດ້ມີຜົນງານພົ້ນເດັ່ນເຊິ່ງສະແດງອອກ ຄື: ໄດ້ຂຶ້ນຫ້ອງສິດສອນນັກສຶກສາທຸກຮຸ່ນ-ທຸກລະບົບ ໄດ້ 12.951 ຊົ່ວໂມງ; ນອກນີ້, ຍັງໄດ້ເປັນອາຈານທີ່ປຶກສາໃຫ້ນັກສຶກສາ ຂຽນບົດໂຄງການຈົບຊັ້ນ 83 ຫົວຂໍ້, ປ້ອງກັນວິທະຍານິພົນຈົບຊັ້ນຂອງ ນັກສຶກສາປະລິນຍາໂທ ຮຸ່ນ 12 ໄດ້ 24 ຫົວຂໍ້, ອອກຄຳຖາມສອບເສັງຈົບຊັ້ນຮຸ່ນ 18/2 ແລະ ຮຸ່ນ 23/4 ໄດ້ 350 ຄຳຖາມ, ເຂົ້າຮ່ວມວຽກງານປະກັນຄຸນນະພາບການສຶກສາ 3 ຄັ້ງ.

ເຂົ້າຮ່ວມຝຶກອົບຮົມວິຊາງົດງາມ ແລະ ກິລາຍິງປືນຢູ່ວິທະຍາຄານຕໍາຫຼວດປະຊາຊົນ 1 ຄັ້ງ, ຮຽບຮຽງຕຳລາ ແລະ ປຶ້ມຄູ່ມືການຮຽນ-ການສອນ ໄດ້ 4 ພາກວິຊາ ແລະ ສົ່ງຫ້ອງຄຸ້ມຄອງວິທະຍາສາດ 6 ບົດ, ເປັນອະນຸກຳມະການຍາມຫ້ອງເສັງຮຸ່ນ 18/2 ມີ 7 ແຮງງານ, ນໍາພານັກສຶກສາຝຶກຊ້ອມຮັບໃບປະກາຊະນີຍະບັດ 1 ຄັ້ງ ມີ 8 ແຮງງານ, ນຳພານັກກິລາເທຄວັນໂດ ເຂົ້າຮ່ວມການແຂ່ງຂັນຊີເກມ 1 ຄັ້ງ ໄດ້ 2 ຫຼຽນທອງ ມີ 1 ແຮງງານ ແລະ ເຂົ້າຮ່ວມຈັດການແຂ່ງຂັນເທຄວັນໂດທົ່ວປະເທດ 4 ຄັ້ງ ມີ 1 ແຮງງານ, ເຂົ້າຮ່ວມເປັນອະນຸກໍາມະການຕັດສິນເທຄວັນໂດ ແລະ ເຂົ້າຮ່ວມແຂ່ງຂັນຍິງປືນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ 2 ແຮງງານ.

ເປັນອະນຸກຳມະການນໍາພານັກສຶກສາຝຶກຊ້ອມຮັບໃຊ້ການສະເຫຼີມສະຫຼອງ ວສປ ຄົບຮອບ 27 ປີ ມີ 10 ແຮງງານ, ເຂົ້າຮ່ວມຝຶກອົບຮົມວຽກງານວິຊາສະເພາະ ປກສ ໄລຍະສັ້ນ ຢູ່ ວສປ ມີ 4 ແຮງງານ, ເຂົ້າຮ່ວມກອງປະຊຸມຕ່າງໆ ທັງພາຍໃນ ແລະ ພາຍນອກ 36 ຄັ້ງ, ຂຶ້ນຫ້ອງບຳລຸງຄືນໃຫ້ນັກສຶກສາຂາດຮຽນ 28 ຄັ້ງ, ນໍາພານັກສຶກສາຮຸ່ນ 24 ລົງຝຶກຫັດຢູ່ແຂວງຊຽງຂວາງ 5 ແຮງງານ, ຈັດຕັ້ງສອນທົດລອງໃຫ້ຄູໃໝ່ພາຍໃນຄະນະວິຊາ 3 ຄັ້ງ ແລະ ຜ່ານ 12 ຄະນະວິຊາຄູ 1 ຄັ້ງ.

ເຊີນກົມວິຊາສະເພາະມາຂຶ້ນຫ້ອງລາຍງານຕົວຈິງ 11 ຄັ້ງ, ເປີດກອງປະຊຸມສະຫຼຸບວຽກງານ ປະຈຳ ປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງຄູ ວສປ 1 ຄັ້ງ, ໄປແລກປ່ຽນບົດຮຽນ ແລະ ເກັບກໍາຂໍ້ມູນນຳກົມກອງທ້ອງຖິ່ນ 4 ຄັ້ງ, ເປັນຄູເຊີນໄປຂຶ້ນຫ້ອງ ຢູ່ໂຮງຮຽນທິດສະດີການເມືອງ ປກສ 2 ຄັ້ງ ມີ 2 ແຮງງານ, ແຕ່ງ ແລະ ປັບປຸງບົດສອນໄດ້ 198 ບົດ, ນຳພານັກສຶກສາໄປທັດສະນະສຶກສາໄດ້ 5 ຄັ້ງ.

ເປັນນັກວິທະຍາກອນຝຶກອົບຮົມວຽກງານວິຊາສະເພາະ ປກສ ໄລຍະສັ້ນ ຢູ່ ວສປ 2 ຄັ້ງ ແລະ ເປັນນັກວິທະຍາກອນຝຶກອົບຮົມວຽກງານຍຸຕິທຳສຳລັບເດັກ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ 4 ຄັ້ງ ມີ 2 ແຮງງານ, ສ້າງຕຳລາໄດ້ 2 ບົດ, ປັບປຸງຕຳລາໄດ້ 2 ບົດ, ຂຽນບົດວິທະຍາສາດໄດ້ 3 ບົດ, ແຕ່ງບົດສອນວິຊາພາສາລາວໄດ້ 4 ບົດ  ແລະ ວິຊາວັດທະນະທໍາໄດ້ 4 ບົດ, ກວດເຊັກ ແລະ ແກ້ໄຂຄອມພິວເຕີ້ໄດ້ 365 ຄັ້ງ, ໄປຝຶກອົບຮົມວຽກງານຕ້ານອາຊະຍາກໍາທາງເທັກໂນໂລຢີ ຢູ່ ສສ ຫວຽດນາມ 1 ຄັ້ງ ມີ 1 ແຮງງານ. ນອກນີ້, ກໍຍັງໄດ້ເຂົ້າຮ່ວມເຄື່ອນໄຫວປະກອບສ່ວນວຽກງານປິ່ນອ້ອມທີ່ ວສປ ກໍຄື ກະຊວງ ປກສ ວາງອອກ.

ທິດທາງແຜນການ ປີ 2023 ຈະສືບຕໍ່ສູ້ຊົນກໍ່ສ້າງຖັນແຖວພະນັກງານ, ຄູ-ອາຈານ ໃຫ້ໄດ້ຮັບການຍົກລະດັບທາງດ້ານວິຊາສະເພາະໃນລະດັບຕ່າງໆ ຕາມມາດຕະຖານ, ໃນນັ້ນຕ້ອງເລັ່ງໃສ່ການຈັດຕັ້ງປະຕິບັດແຜນງານທີ 3 ແຜນພັດທະນາຖັນແຖວຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ລວມມີ 3 ໂຄງການ (ສ້າງຂໍ້ກໍານົດ ວ່າດ້ວຍ ການເຄື່ອນໄຫວຂອງຄູວິທະຍາຄານສັນຕິບານປະຊາຊົນ, ຈັດຕັ້ງປະເມີນຄູ ແລະ ສະເໜີຕຳແໜ່ງຕໍ່, ບໍາລຸງຄູທີ່ມີແລ້ວ ແລະ ສ້າງຄູໃໝ່ໃຫ້ພຽງພໍ), ສືບຕໍ່ຂຶ້ນຫ້ອງສິດສອນ, ນຳພານັກສຶກສາໄປທັດສະນະສຶກສາ, ນຳພານັກສຶກສາສ້າງກິດຈະກຳ, ຄົ້ນຄວ້າທວນເສັງຈົບຊັ້ນຕາມແຜນການ ແລະ ໃຫ້ນັກສຶກສາຂຽນບົດໂຄງການຈົບຊັ້ນ, ສືບຕໍ່ເສີມສ້າງທ່າແຮງຂອງຄູ ໂດຍສະເພາະ ການສ້າງຕຳລາຕ້ອງມີການປຸກລະດົມຊຸກຍູ້, ກ້າເຮັດ, ສືບຕໍ່ສ້າງຜະລິດຕະພັນວາລະສານ ເພື່ອເປັນກະບອກສຽງແຫ່ງການພັດທະນາວິທະຍາຄານ, ສືບຕໍ່ພົວພັນປະສານສົມທົບ, ແລກປ່ຽນບົດຮຽນກັບກົມກອງວິຊາສະເພາະທີ່ໄດ້ເຊັນເອັມໂອຢູ່ກັບ ວສປ ແລະ ເຊີນມາຂຶ້ນຫ້ອງລາຍງານຕົວຈິງໃຫ້ກັບນັກສຶກສາແຕ່ລະຮຸ່ນ

ສັງລວມແລ້ວ, ວສປ ຍາມໃດກໍໄດ້ຖືເອົາວຽກງານການສິດສອນຂອງຄູ-ອາຈານ ເປັນບັນຫາສໍາຄັນໃນການສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດທາງດ້ານວຽກງານວິຊາສະເພາະ, ຖືເອົາວຽກງານການສິດສອນຂອງຄູ-ອາຈານ ເປັນວຽກງານຕົ້ນຕໍໃນການປະຕິບັດໂຄງການ-ຫຼັກສູດ ໄປຄຽງຄູ່ກັບການຄົ້ນຄວ້າຕຳລາຮຽນ, ແຕ່ງ-ແປ ແລະ ກວດແກ້ຮຽບຮຽງບົດສອນ ໂດຍຖືເອົາການປະສານສົມທົບກັບກົມວິຊາສະເພາະ, ກອງບັນຊາການ ປກສ ທ້ອງຖິ່ນ ແລກປ່ຽນທາງດ້ານທິດສະດີ, ຂໍ້ມູນພຶດຕິກໍາຕົວຈິງ ເພື່ອປັບປຸງ ແລະ ພັດທະນາບົດສອນໃຫ້ມີບາດກ້າວອັນໃໝ່.