ໃນວັນທີ 2 ກຸມພາ 2023, ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຈັດຕັ້ງເຊື່ອມຊຶມເອກະສານກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ  ແລະ ພົນຕຳຫຼວດ ອ້ອມຂ້າງ ກົມໃຫຍ່ການເມືອງ ເປັນເຈົ້າການຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບວຽກງານຕົວຈິງຂອງຂະແໜງການ ໃຫ້ເປັນຂະບວນກວ້າງຂວາງ, ໃຫ້ກຽດເຜີຍແຜ່ໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ.

ເອກະສານທີ່ນຳມາເຜີຍແຜ່ ປະກອບມີ: ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ບົດຄໍາເຫັນຊີ້ນໍາ ແລະ ກ່າວປິດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຕໍ່ກອງປະຊູມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ເອກະສານຕັ້ງໜ້າຜັນຂະຫຍາຍມະຕິ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເຂົ້າສູ່ຊີວິດສັງຄົມຕົວຈິງ, ຄຳແນະນຳຂອງກົມໃຫຍ່ການເມືອງ ປກສ ພ້ອມທັງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-2023).

ເພື່ອເຮັດໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ໄດ້ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ຂອງກົມການເມືອງສູນກາງພັກ, ແນໃສ່ຮັບປະກັນເຮັດໃຫ້ພະນັກງານ-ນັກຮົບ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບ, ມີຄວາມສາມາດ ແລະ ມີທັດສະນະທີ່ຖືກຕ້ອງ, ມີຄວາມເປັນແບບຢ່າງນຳໜ້າອັນແທ້ຈິງ, ຖືຜົນປະໂຫຍດຂອງຊາດສູງກວ່າຜົນປະໂຫຍດສ່ວນຕົວ, ພະນັກງານ, ສະມາຊິກພັກ ຕ້ອງແມ່ນຜູ້ຮັບໃຊ້ປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາວຽກງານແນວຄິດ-ການເມືອງໃນກຳລັງຂອງພວກເຮົາ ແມ່ນຜົນອັນລວມຍອດຂອງກອງປະຊຸມການນຳພັກ-ລັດສູງສຸດທີ່ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນຢ່າງເລິກເຊິ່ງ, ພາວະວິໄສບົນຈິດໃຈແຫ່ງການຍົກສູງຄວາມຮັບຜິດຊອບການເມືອງ ແລະ ໄດ້ອອກເປັນມະຕິປະຊາທິປະໄຕທີ່ອຸດົມສົມບູນໄປດ້ວຍເນື້ອໃນການເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່ ໃຫ້ໄດ້ຮັບການຈັດຕັ້ງເຜີຍແຜ່ຜັນຂະຫຍາຍທົ່ວປະເທດ.