ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງນ້ຳທາ ລະຫວ່າງ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງນ້ຳທາ (ຜູ້ເກົ່າ) ແລະ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ເຈົ້າແຂວງຫຼວງນ້ຳທາ (ຜູ້ໃໝ່) ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ.

ເຊິ່ງເຂົ້າຮ່ວມໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ປະທານສະພາປະຊາຊົນແຂວງ, ບັນດາຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ພາຍໃນ ແຂວງຫຼວງນໍ້າທາ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 06/ກມສພ, ລົງວັນທີ 26 ມັງກອນ 2023 ວ່າດ້ວຍ ການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍຄື:

  • ຍົກຍ້າຍ ສະຫາຍ ທອງໄຫຼ ສີປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ຈາກລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ເປັນ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ເຈົ້າແຂວງຫຼວງນ້ຳທາ.

ໃນໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາ, ເຊິ່ງໄດ້ພ້ອມກັບໝູ່ຄະນະ ແລະ ພະນັກງານ, ລັດຖະກອນ ບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ການເມືອງອັນມີກຽດ.

ພ້ອມນີ້, ທ່ານຍັງໄດ້ຊີ້ໃຫ້ເຫັນການຍົກຍ້າຍ ແລະ ແຕ່ງຕັ້ງຂອງການນຳຂັ້ນສູງ ແມ່ນການປັບປຸງກົງຈັກການຈັດຕັ້ງ ໃຫ້ສາມາດຮັບປະກັນໜ້າທີ່ວຽກງານດັ່ງກ່າວ ບົນພື້ນຖານການຕົກລົງເປັນເອກະພາບການເຫັນດີຈາກສູນກາງພັກ, ລັດຖະບານ ທີ່ຕ້ອງປະຕິບັດຢ່າງເຂັ້ມງວດ ພ້ອມທັງໄດ້ຊີ້ນໍາໃຫ້ຜູ້ທີ່ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້.

ນອກນີ້, ກໍຕ້ອງເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດຢ່າງເຄັ່ງຄັດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານຕາມຫຼັກການຂອງພັກ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ແຂວງມີການພັດທະນາ, ມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ.