ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເປີດກອງປະຊຸມເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2022 ໃນອາທິດຜ່ານມາ, ເປັນປະທານ ແລະ ເຜີຍແຜ່ເອກະສານໂດຍສະຫາຍ ພົຈວ ສົມໝາຍ ພົມມະຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຫົວໜ້າຫ້ອງອ້ອມຂ້າງ, ຫົວໜ້າກອງບັນຊາການ ປກສ ເມືອງ 14 ເມືອງ, 1 ນະຄອນ, ພະນັກງານຫຼັກແຫຼ່ງຂອງບັນດາຫ້ອງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່ ແລະ ເອກະສານຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ. ພ້ອມນີ້, ກອງປະຊຸມຍັງນຳເອົາມະຕິ 38 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ບັນຊາໃນວຽກງານປ້ອງກັນຄວາມສະຫງົບ ແລະ ມະຕິ 39 ວ່າດ້ວຍການຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາໃນກຳລັງປ້ອງກັນ ຄວາມສະຫງົບ, ເພື່ອເປັນການດຳ ເນີນການກວດກາປະເມີນຄືນແຜນກຳນົດພະນັກງານນຳພາ-ບັນຊາຂອງກຳລັງປ້ອງກັນຄວາມສະຫງົບ ພາຍໃນ ປກສ ແຂວງສະຫວັນນະເຂດ ປະຈຳປີ 2023.

ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຄວາມໝາຍຄວາມສຳຄັນ ແລະ ເນື້ອໃນທີ່ຕ້ອງໄດ້ຝຶກຝົນຫຼ່ໍຫຼອມຕົນເອງ ແລະ ປັບປຸງແບບແຜນວິທີເຮັດວຽກໃນໄລຍະໃໝ່ ແລະ ໃຫ້ທຸກຄົນເຫັນໄດ້ຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການ ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ, ເປັນການປັບປຸງທາງດ້ານຄຸນທາດການເມືອງໃຫ້ນາຍ ແລະ ພົນຕຳຫຼວດມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ດຳລົງຊີວິດປອດໃສ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ອຸດົມການສັງຄົມນິຍົມ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.