ວັນທີ 2 ກຸມພາ 2023, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດເລື່ອນຊັ້ນ, ໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານການເລື່ອນຊັ້ນ, ໂດຍມີ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ 5 ເມືອງ ແລະ ພະນັກງານຂັ້ນນຳພາ-ບັນຊາຕະຫຼອດຮອດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ປທ ອຳໄພວັນ ອຸດຕະມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການ ປກສ ແຂວງອັດຕະປື ຈຳນວນ 52 ສະຫາຍ ຍິງ 10 ສະຫາຍ. ໃນນັ້ນ, ໄດ້ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈຳນວນ 27 ສະຫາຍ ຍິງ 4 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນຊັ້ນຮ້ອຍຕີ 21 ສະຫາຍ ຍິງ 5 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນຊັ້ນສິບເອກ 4 ສະຫາຍ ຍິງ 1 ສະຫາຍ, ປະດັບຊັ້ນໂດຍ ພົຈວ ສີ ເວີນ ແກ້ວສີວົງສາ ຫົວໜ້າກອງບັນ ຊາການ ປກສ ແຂວງ.

ໃນພິທີ, ພົຈວ ສີເວີນ ແກ້ວ ສີວົງສາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງໄດ້ເນັ້ນ ໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງຂັ້ນເທິງ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມຮັບຜິດຊອບສູງ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ແນໃສ່ເຮັດໃຫ້ທົ່ວສັງຄົມເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ແຂວງອັດຕະປື ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.