ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ຂອງກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເປັນປະທານໂດຍ ພັທ ບຸນແອງ ສໍສະໝອນ ຫົວໜ້າກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ, ມີ ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ , ພະນັກງານຫຼັກແຫຼ່ງຂັ້ນພະແນກ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນເມືອງເຂົ້າຮ່ວມ.

ພັທ ສົມຈັນ ຍົດດາລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາໝໍ້ ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຂອງ ເມືອງຕະຫຼອດໄລຍະ 1 ປີຜ່ານມາ, ເປັນຕົ້ນແມ່ນດ້ານການນຳພາ-ຊີ້ນຳການເມືອງ-ແນວຄິດວຽກການຈັດຕັ້ງ ແລະ ການຄຸ້ມຄອງນຳພາວຽກງານວິຊາສະເພາະໃນດ້ານຕ່າງໆແມ່ນໄດ້ສຸມໃສ່ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ໃນນີ້, ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 27 ເລື່ອງ, ຜູ້ຖືກຫາ 134 ຄົນ, ແກ້ໄຂຄະ ດີໄດ້ 15 ເລື່ອງ, ຄະດີພວມດໍາເນີນ 6 ເລື່ອງ, ຜູ້ຖືກຫາ 8 ຄົນ; ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 76 ຄັ້ງ ທຽບໃສ່ ປີ2021 ຜ່ານມາ ເຫັນວ່າ ມີອຸບັດຕິເຫດຫຼຸດລົງ 57 ຄັ້ງ ເທົ່າກັບ 42,85 %, ພາຫະນະເປ່ເພ 122 ຄັນ, ຄົນໄດ້ຮັບບາດເຈັບ 119 ຄົນ ຍິງ 21 ຄົນ, ເສຍຊີວິດ 3 ຄົນ ຍິງ 1 ຄົນ, ມູນຄ່າເສຍທັງໝົດ 554.550.000 ກີບ.

ນອກນັ້ນ, ຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ການເຄື່ອນໄຫວປະຕິບັດວຽກງານອື່ນໆອີກຈຳນວນໜຶ່ງ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ມີການແລກປ່ຽນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ເພື່ອແນໃສ່ປັບປຸງຍົກລະດັບທາງດ້ານວຽກງານປ້ອງກັນຄວາມສະຫງົບເມືອງໃຫ້ມີປະສິດຕິຜົນສູງຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ພົຈວ ສີວອນ ໄຊຍະວົງ ໄດ້ເນັ້ນໜັກໃຫ້ສືບຕໍ່ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນຫຼັກ, ມີແບບແຜນວິທີເຮັດວຽກທີ່ທັນ ສະໄໝ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ວອງໄວທັນກັບສະພາບ, ເອົາໃຈໃສ່ໃນການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ໄດ້ຫຼາຍກວ່າເກົ່າ, ລົງເລິກເກັບກຳບັນດາເປົ້າໝາຍທີ່ເຄື່ອນ ໄຫວກໍ່ຄວາມບໍ່ສະຫງົບໃຫ້ເລິກເຊິ່ງ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ ແລະ ປະກົດການອື່ນໆ. ທັງນີ້ ກໍເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບພາຍໃນເມືອງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.