ວຽກງານປ້ອງກັນສູນກາງ ແມ່ນວິຊາສະເພາະໜຶ່ງທີ່ນອນໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ເຊິ່ງແມ່ນວຽກງານປ້ອງກັນຄວາມປອດໄພຮອບດ້ານ ໃຫ້ແກ່ ຜູ້ນຳພັກ-ລັດ, ບັນດາກອງປະຊຸມສຳຄັນ, ແຂກຕ່າງປະເທດທີ່ມາຢ້ຽມຢາມ ສປປ ລາວ ແລະ ປ້ອງກັນອົງການມັນສະໝອງຂອງພັກ-ລັດ.

ກຳລັງປ້ອງກັນສູນກາງ ປະຕິບັດໜ້າທີ່ປ້ອງກັນ ທ່ານຜູ້ນຳພັກ-ລັດ, ປ້ອງກັນສຳນັກງານ-ອົງການມັນສະໝອງຂອງພັກ-ລັດ ໃຫ້ຮັບປະກັນຄວາມປອດໄພ, ນັ້ນເປັນໜ້າທີ່ສຸດສຳຄັນ ເຊິ່ງແມ່ນໜ້າທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ, ທົ່ວກຳລັງປ້ອງກັນຄວາມສະຫງົບ ໄດ້ມອບໝາຍໃຫ້ກຳລັງປ້ອງກັນສູນກາງ ເປັນກຳລັງຫຼັກແຫຼ່ງໂດຍກົງ; ນັ້ນແມ່ນໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າທີ່ສຸດ ເພາະວ່າການປ້ອງກັນຜູ້ນຳພັກ-ລັດ ໃຫ້ຮັບປະ ກັນຄວາມປອດໄພ ແມ່ນການປ້ອງກັນຄວາມຄົງຕົວຂອງພັກ-ລັດ ແລະ ຂອງປະເທດຊາດ.

ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ໂດຍເຫັນໄດ້ຄວາມສຳຄັນຂອງ ວຽກງານປ້ອງກັນສູນກາງ ແລະ ບົດບາດຂອງກຳລັງປ້ອງກັນສູນກາງຄືແນວນັ້ນ, ໃນພິທີປິດຊຸດຮຽນກໍ່ສ້າງວິຊາສະເພາະປ້ອງກັນສູນກາງ ຮຸ່ນທີ XXIII ສົກຮຽນປີ 2022-2023 ທີ່ຈັດຂຶ້ນໃນກາງເດືອນມັງກອນ 2023 ທີ່ຜ່ານມາ, ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຮ່ວມໃນພິທີປິດ ພ້ອມທັງໄດ້ໂອ້ລົມອັນເປັນເຂັມຊີ້ທິດເຍືອງທາງ ໃຫ້ນັກຮຽນທີ່ຈົບໃໝ່ຊຸດນີ້ ໃນຈຳນວນນັກຮຽນ 137 ສະຫາຍ ຍິງ 20 ສະຫາຍ ທີ່ໄດ້ຮັບການປະກາດສັບຊ້ອນໃຫ້ບັນດາກົມກອງ ອ້ອມຂ້າງ ກະຊວງ ປກສ ແລະ ປກສ ແຂວງ.

ເພື່ອໃຫ້ເຂົາເຈົ້ານຳເອົາຄວາມຮູ້ທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ ໂດຍຕິດພັນກັບ ການນຳເອົາທິດຊີ້ນຳຂອງ ທ່ານຫົວໜ້າກອງບັນຊາການປ້ອງກັນສູນກາງ ໄປຈັດຕັ້ງຜັນຂະຫຍາຍໃນການປະຕິບັດໜ້າທີ່ໃຫ້ເກີດປະໂຫຍດສູງສຸດ ເພື່ອກໍ່ສ້າງ ແລະ ພັດທະນາຕົນເອງໃຫ້ກາຍເປັນ ພະນັກງານຮຸ່ນສືບທອດທີ່ມີຄວາມຮັບຜິດຊອບຕໍ່ໜ້າທີ່, ມີ ລະບຽບວິໄນທີ່ເຂັ້ມງວດ.

ໃນໂອກາດນັ້ນ, ພົຈວ ສົມພົງ ຂໍາວິລຸນ ໄດ້ມີທິດຊີ້ນຳໃຫ້ນັກຮຽນທີ່ຈົບການສຶກສາຮໍ່າຮຽນ ໃນຮຸ່ນທີ XXIII ຈາກສະຖາບັນການສຶກສາ ໂຮງຮຽນ ປກສ ຊັ້ນຕົ້ນ ປ້ອງກັນສູນກາງ ເຊິ່ງຖືວ່າແມ່ນກໍາລັງປ້ອງກັນສູນກາງ ຮຸ່ນໃໝ່ ຮຸ່ນໜຸ່ມ ຮຸ່ນຫຼ້າສຸດ ທີ່ຮຽນຈົບຊຸດຮຽນກໍ່ສ້າງວິຊາສະເພາະປ້ອງກັນສູນກາງ ເປັນເວລາ 1 ປີ ວ່າ:

“ ຕ້ອງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ຫຼາຍຂຶ້ນ ນອກຈາກການສຶກສາຮ່ຳຮຽນຢູ່ໂຮງຮຽນ ເປັນພຽງແຕ່ຄວາມຮູ້ເບື້ອງຕົ້ນເທົ່ານັ້ນ, ແຕ່ໜ້າທີ່ອັນມີກຽດ ແລະ ໜັກໜ່ວງຂອງແຕ່ລະສະຫາຍ ຕ້ອງໄດ້ບຸກບືນສູ້ຊົນ, ມີລະບຽບວິໄນ, ມີຄວາມອົດທົນ, ມີຄວາມດຸໝັ່ນ, ມີໄຫວພິກ, ສະຫຼາດຄ່ອງແຄ່ວ, ຊື່ສັດຕໍ່ການນຳ, ຕໍ່ການຈັດຕັ້ງ, ເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ ”

ເນື່ອງຈາກວ່າ ວຽກງານປ້ອງກັນສູນກາງ ມີຂະບວນວິວັດເຕີບໃຫຍ່ຂະຫຍາຍຕົວ ແລະ ຄຽງບ່າຄຽງໄຫຼ່ກັບ ຂະບວນການເຄື່ອນໄຫວຊີວິດສັງຄົມ; ຖ້າວຽກງານປ້ອງກັນຜູ້ນໍາບໍ່ດີ, ບໍ່ຮັບປະກັນ, ຜູ້ນຳຖືກຄາດຕະກໍາທໍາລາຍ ຍ້ອນຄວາມປະໝາດຂອງເຈົ້າໜ້າທີ່ ຫຼື ຜູ້ເຮັດໜ້າທີ່ປ້ອງກັນ, ຖ້າເປັນເຊັ່ນນັ້ນ ພວກເຮົາກໍບໍ່ສາມາດເຮັດສໍາເລັດໜ້າທີ່ໄດ້.

ໃນສະພາບການໃໝ່ນີ້, ວຽກງານປ້ອງກັນສູນກາງ ຍິ່ງມີຄວາມຫຍຸ້ງຍາກສັບສົນ, ໜັກໜ່ວງຂຶ້ນຕື່ມ ທັງເປັນສິ່ງທ້າທາຍທົດສອບອັນໃຫຍ່ຫຼວງຕໍ່ກໍາລັງປ້ອງກັນຄວາມສະຫງົບ ໂດຍສະເພາະ ກໍາລັງປ້ອງກັນສູນກາງ ແມ່ນເປັນເສນາທິການໃຫ້ ກະຊວງປ້ອງກັນຄວາມສະຫງົບ ໂດຍກົງ ໃນການປ້ອງກັນ-ສະກັດກັ້ນ, ຕໍ່ສູ້ຕ້ານການຫັນປ່ຽນໂດຍສັນຕິຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ເປັນວຽກຕໍ່ສູ້ປະຈັນບານ, ເຝົ້າລະວັງການເຄື່ອນໄຫວປອງຮ້າຍ, ທຳລາຍໂດຍກົງ ຫຼື ທາງອ້ອມຕໍ່ການນຳ, ຄອບຄົວ ກໍຄື ສະມາຊິກໃນຄອບຄົວຂອງການນໍາ; ສະນັ້ນ, ກໍາລັງປ້ອງກັນສູນກາງ ຕ້ອງປະຕິບັດໜ້າທີ່ຢ່າງສຸດກົກສຸດປາຍ ເພື່ອຮັບປະກັນໃຫ້ການນຳມີຄວາມສະຫງົບປອດໄພ ໃນທຸກສະຖານະການ.

ເພື່ອຮັບປະກັນຕໍ່ວຽກງານດັ່ງກ່າວ, ບັນດາສະຫາຍໃນກຳລັງປ້ອງກັນສູນກາງ ທີ່ຫາກໍ່ຮຽນຈົບໃໝ່ນີ້ ຕ້ອງຍົກສູງສະຕິ, ເປັນເຈົ້າຕົນເອງໃນການຄົ້ນຄວ້າ, ວາງແຜນການ, ວິທີການ, ມາດຕະການປ້ອງກັນ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ແໜ້ນ ລວມທັງມີຄວາມຮູ້ທາງດ້ານວິຊາສະເພາະ, ວິທະຍາສາດ, ເຕັກໂນໂລຊີ ຫຼື ກໍາແໜ້ນສະພາບການຂອງໂລກ ວ່າມີການຜັນແປໄປແນວໃດ ເພື່ອມີວິທີການປ້ອງກັນສະກັດກັ້ນ, ນີ້ແມ່ນສິ່ງທີ່ສໍາຄັນຫຼາຍ ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນປັດຈຸບັນ.

ທັງໝົດນັ້ນຄື ບາງຄຳຄິດຄຳເຫັນທີ່ ທ່ານຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ມີການແລກປ່ຽນ ແລະ ເນັ້ນຕື່ມ; ເຊິ່ງແນ່ນອນວ່າ ໃນເວລາຈັດຕັ້ງປະຕິບັດຕົວຈິງ ຈະມີຄວາມຫຍຸ້ງຍາກ ແຕ່ບັນດາສະຫາຍກໍຕ້ອງໄດ້ສູ້ຊົນ, ເຊື່ອໝັ້ນວ່າ ນັກຮຽນທີ່ຈົບໃໝ່ຈະນຳໄປຄົ້ນຄວ້າ ແລະ ຄິດຫງໍາ ເພື່ອເຮັດໃຫ້ວຽກງານກໍ່ສ້າງກຳລັງ ກໍຄື ວຽກງານປ້ອງກັນສູນກາງ ມີການຫັນປ່ຽນຢ່າງຕັ້ງໜ້າ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃຫ້ມີຜົນສຳເລັດ.