ຄະນະຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ ໄດ້ກອງປະຊຸມສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ປະ ຊາຊົນ ປະຕິວັດລາວ ໃນອາທິດຜ່ານມາ, ເປັນປະທານໂດຍ ພັຕ ພອນເພັດ ແກ້ວ ເມກ ຮອງເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ, ມີ ທ່ານ ຈັນທະວອນ ສີຫາຈັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພັອ ເອກກະລາດ ແທ່ງສົມ ບັດ ຮອງກອງບັນຊາການ ປກສ ແຂວງ, ສະມາຊິກຊາວໜຸ່ມອ້ອມຂ້າງກອງບັນຊາການ, ສະມາຊິກຊາວໜຸ່ມໂຮງຮຽນ ປກສ ຊັ້ນຕົ້ນເລກ 6, ຄ້າຍຄຸມຂັງ-ດັດສ້າງນາໄຊ ເຂົ້າຮ່ວມ.

ພັຕ ວິລັດຖະກອນ ພົມພິທັກ ຮອງເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງ ກ່າວວ່າ: ໃນໄລຍະປີ 2022 ຜ່ານມາ, ຄະນະຊາວໜຸ່ມຮາກຖານສາ ມາດເຄື່ອນໄຫວວຽກງານຕ່າງໆຢ່າງຫ້າວຫັນ ຄື: ເຂົ້າຮ່ວມຮັບຟັງການເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ ແລະ ຂອງກະຊວງ ໄດ້ 10 ຄັ້ງ, ມີຈຳນວນພົນເຂົ້າຮ່ວມ 525 ສະຫາຍ, ອອກບັດປະຈຳຕົວໃຫ້ພະນັກງານລັດຖະກອນ ແລະ ປະຊາຊົນ 5.185 ບັດ, ເກັບກຳຂໍ້ມູນພົນລະເມືອງລາວ-ຊາວຕ່າງປະເທດ ເຂົ້າ-ອອກຊາຍແດນລາວ-ຫວຽດນາມ, ເຂົ້າ-ອອກຊາຍແດນລາວ-ໄທ ມີ 2.350 ຄົນ ຍິງ 585 ຄົນ, ເດັກນ້ອຍ 104 ຄົນ, ອອກແຮງ ງານລວມໝູ່ ແລະ ປ້ອງກັນ 431 ຄັ້ງ, ມີ 1866 ແຮງງານ, ເພີ່ມທະວີການກວດກາລາດຕະເວນອ້ອມຂ້າງແຂວງ, ເມືອງ-ຊາຍແດນ, ຊອກຮູ້ວຽກງານນອກເຂດ, ການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, 8 ຂໍ້ປະຕິຍານ, 3 ມູນເຊື້ອ 7 ທາດແທ້ຂອງກຳລັງ ປກສ ມີໄວ້ຕໍ່ປະຊາຊົນຕິດພັນກັບວຽກງານວິຊາສະເພາະແລະວຽກງານອື່ນໆ.

ພ້ອມນີ້F ຄະນະຊາວໜຸ່ມຮາກຖານ ປກສ ແຂວງ ຍັງໄດ້ສຳຫຼວດກວດກາ ແລະ ກໍ່ສ້າງເຊິ່ງກັນແລະກັນ ໃຫ້ຮູ້ເຮັດຮູ້ພັດທະນາໃນອົງການຈັດຕັ້ງມະຫາ ຊົນ, ບຸກຄົນ, ຄອບຄົວ ແລະ ມີສະຕິຕື່ນຕົວສຸງຕໍ່ວຽກງານ ປກສ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອບັນລຸໄດ້ທັງ 4 ດ້ານທີ່ປະກອບສ້າງ ດ້ານວຽກງານຊາວໜຸ່ມ ໂດຍສະເພາະສາມາດບຸກດ້ານແນວຄິດ ກວມ 97 ສ່ວນຮ້ອຍ, ບຸກດ້ານການຝຶກຝົນຫຼ່ໍຫຼອມ 95 ສ່ວນຮ້ອຍ, ບຸກດ້ານການຈັດຕັ້ງ 97 ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ 96 ສ່ວນຮ້ອຍໃນຈຳນວນພົນຂອງຊາວໜຸ່ມ 304 ສະຫາຍ, ໄດ້ຮັບການຄັດເລືອກປະເພດແຂງ 301 ສະຫາຍ, ຄາດໝາຍ 3 ສະຫາຍ ຍັງ 2 ສະຫາຍ.

ໂອກາດດຽວກັນນີ້, ຄະນະຊາວໜຸ່ມຮາກຖານ ປກສ ແຂວງ ຍັງໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສ້າງຄວາມສາມັກຄີຮັກແພງ ລະຫວ່າງໜ່ວຍຊາວໜຸ່ມຕ່າງໆ, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.