ໃນປີ 2022 ຜ່ານມາ, ສະພາບອາຊະຍາກຳເກີດຂຶ້ນຢ່າງຕໍ່ເນື່ອງ ມີຫຼາຍລະດັບທີ່ແຕກຕ່າງກັນ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ເປັນຕົ້ນແມ່ນ: ສະພາບລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ເຊິ່ງພົວພັນກັບການຄ້າອາວຸດເສິກ ແລະ ຟອກເງິນ; ສະພາບປຸ້ນຊັບ, ຊິງຊັບ, ລັກຊັບ, ຄາດຕະກຳ, ລັກພາຕົວ ເພື່ອທ່ວງໜີ້ ຫຼື ຮຽກຄ່າໄຖ່; ບັນຫາຄ້າມະນຸດ, ສໍ້ໂກງຊັບ ແລະ ອື່ນໆ; ສະແດງອອກໃນໜຶ່ງປີຜ່ານມາ, ທົ່ວປະເທດ ມີຄະດີເກີດຂຶ້ນທັງໝົດ 8.162 ເລື່ອງ, ສາມາດມ້າງໄດ້ 7.318 ເລື່ອງ.

ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດຂຶ້ນໃນລະຫວ່າງວັນທີ 9-10 ກຸມພານີ້, ເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີແຂກຮັບເຊີນ, ຄະນະກົມໃຫຍ່ ພ້ອມດ້ວຍກົມກອງອ້ອມຂ້າງກົມໃຫຍ່, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ເມືອງ ເຂົ້າຮ່ວມ.

ໃນພິທີ, ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ຂຶ້ນຜ່ານບົດລາຍງານໃຫ້ຮູ້ວ່າ:

ຜ່ານມາ, ກົມໃຫຍ່ຕໍາຫຼວດ ໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບ ບັນດາກອງບັນຊາການ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ບັນດາປະເທດໃກ້ຄຽງ, ອົງການຈັດຕັ້ງສາກົນ ໃນການແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍເຫຼືອໄລ່ຊອກ-ໄລ່ຈັບເປົ້າໝາຍ ດ້ວຍຄວາມເສຍສະລະໃນການປະຕິບັດໜ້າທີ່ວິຊາສະເພາະ ເຊິ່ງສາມາດແກ້ໄຂຄະດີລາຍໃຫຍ່ ແລະ ມີຄວາມຫຍຸ້ງຍາກສັບສົນໄດ້ຫຼາຍເລື່ອງ.

ແຕ່ເຖິງແນວໃດກໍຕາມ, ກໍຍັງມີພວກຄົນບໍ່ດີຈຳນວນໜຶ່ງ ໃຊ້ແຜນການເລິກແລບໃນການກໍ່ອາຊາຍະກຳ, ເຊິ່ງສະແດງອອກໃນ 1 ປີຜ່ານມາ ໃນຂອບເຂດທົ່ວປະເທດ ມີຄະດີເກີດຂຶ້ນທັງໝົດ 8.162 ເລື່ອງ. ໃນນີ້, (ບໍ່ນັບຄະດີອຸບັດຕິເຫດ ແລະ ອັກຄີໄພ) ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 1.791 ເລື່ອງ ເທົ່າກັບ 28,11% ແລະ ສາມາດມ້າງຄະດີໄດ້ 7.318 ເລື່ອງ, ມີຜູ້ຖືກຫາ 10.401 ຄົນ ຍິງ 1.226 ຄົນ, ເປັນຄົນຕ່າງປະເທດ 164 ຄົນ ຍິງ 16 ຄົນ.

ຈາກຄະດີທີ່ເກີດຂຶ້ນ, ເຈົ້າໜ້າທີ່ ສາມາດມ້າງຄະດີຢາເສບຕິດໄດ້ 5.068 ເລື່ອງ, ກັກຜູ້ຖືກຫາໄດ້ 7.410 ຄົນ ຍິງ 873 ຄົນ, ຄົນຕ່າງປະເທດ 143 ຄົນ ຍິງ 11 ຄົນ.

ສາມາດຢຶດເຄື່ອງຂອງກາງ ປະເພດຢາບ້າ ໄດ້ 14.399,06 ກິໂລກຼາມ, ເຮໂຣອີນ 175,77 ກິໂລກຼາມ, ຢາໄອສ໌ 2.209,87 ກິໂລກຼາມ, ຢາຝິ່ນ 251,15 ກິໂລກຼາມ, ຄັນຊາ 12.915,28 ກິໂລກຼາມ, ເຄຕາມິນ 1.930,38 ກິໂລກຼາມ, ໂຄເຄນ 3 ກິໂລກຼາມ, ຢາອີ 2.723 ເມັດ, ຄາເຟອິນ 168 ກຼາມ, ແປ້ງຝຸ່ນນຳມາຜະລິດຢາເສບຕິດ 11.576,76 ກິໂລກຼາມ, ນໍ້າຢາສານເຄມີ 849 ກຼາມ ແລະ ອື່ນໆ.

ມ້າງຄະດີອາຍາທົ່ວໄປ ປະກອບມີ: ຄາດຕະກຳ, ທຳຮ້າຍຮ່າງກາຍ, ຊິງຊັບ, ລັກຊັບ, ປຸ້ນຊັບ, ລັກພາຕົວຮຽກຄ່າໄຖ່ ລວມທັງໝົດ 1.633 ເລື່ອງ, ຜູ້ຖືກຫາ 2.337 ຄົນ ຍິງ 235 ຄົນ.

ມ້າງຄະດີເສດຖະກິດ ໄດ້ 592 ເລື່ອງ, ຜູ້ຖືກຫາ 597 ຄົນ ຍິງ 76 ຄົນ, ຜົນເສຍຫາຍເປັນເງິນກີບ 458 ຕື້ກວ່າກີບ, ເງິນບາດ 36 ລ້ານກວ່າບາດ, ເງິນໂດລາ 15 ລ້ານກວ່າໂດລາສະຫະລັດ ແລະ ອື່ນໆ.

ນອກຈາກນີ້, ຍັງສາມາດມ້າງຄະດີຄ້າມະນຸດ ໄດ້ 15 ເລື່ອງ, ຜູ້ຖືກຫາ 61 ຄົນ ຍິງ 44 ຄົນ, ຄົນຕ່າງປະເທດ 14 ຄົນ, ມີຜູ້ຖືກເຄາະຮ້າຍ 55 ຄົນ ຍິງ 41 ຄົນ.