ກົມພັກ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ຊຸດທີ 3 ໃຫ້ຄະນະພັກກອງບັນຊາການ ປກສ 7 ແຂວງພາກເໜືອ ໃນວັນທີ 6-10 ກຸມພາ 2023 ຢູ່ກອງບັນຊາການ ປກສ ແຂວງອຸດົມໄຊ.

ການຝຶກອົບຮົມຄັ້ງນີ້ ເປັນປະທານໂດຍ ສະຫາຍ ພັອ ປອ ຫຸມພັນ ຜິວເຂັມພອນ ຄະນະປະຈໍາພັກ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຫົວໜ້າກົມພັກ, ພ້ອມທັງມີ ສະຫາຍ ພົຈວ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບຄູຝຶກຈາກກົມ ພ້ອມດ້ວຍບັນດານັກສຳມະນາກອນ ທີ່ມາຈາກກອງບັນຊາການ ປກສ 7 ແຂວງພາກເໜືອ ຄື:

  • ປກສ ແຂວງອຸດົມໄຊ
  • ຜົ້ງສາລີ
  • ບໍ່ແກ້ວ
  • ຫຼວງນ້ຳທາ
  • ຫົວພັນ
  • ໄຊຍະບູລີ
  • ຫຼວງພະບາງ
  • ແລະ ກອງບັນຊາການ ປກສ 7 ເມືອງ ພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ

ໃນພິທີ, ສະຫາຍ ພັທ ສຸວັນໄຊ ຫຼ້າຈັນເພັດ ຮອງຫົວໜ້າກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພາະເປັນການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊຳນານທາງດ້ານວິຊາສະເພາະ, ມີແບບແຜນນຳພາ-ບັນຊາທີ່ມີວິທະຍາສາດ ແລະ ຫັນກຳລັງເຂົ້າສູ່ທັນສະໄໝເທື່ອລະກ້າວ.

ໂດຍຕິດພັນກັບ ການກະກຽມດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງພັກແຕ່ລະຂັ້ນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ແລະ ເພື່ອເປັນການຍົກສູງລະດັບຄວາມຮັບຮູ້ທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບ ວຽກງານພັກ-ວຽກງານການເມືອງ ໃຫ້ແກ່ຄະນະພັກທີ່ເຮັດວຽກງານພັກ ຢູ່ໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້-ເຂົ້າໃຈຖືກຕ້ອງ ແລະ ມີຄວາມເອກະພາບທາງດ້ານຫຼັກການ, ແນໃສ່ເຮັດໃຫ້ວຽກງານພັກ-ວຽກງານການເມືອງ ຮັບປະກັນໄດ້ຄຸນນະພາບ, ວ່ອງໄວ, ສາມາດເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາ ໃນຂອບເຂດຄວາມຮັບຜິດຊອບ.

ບົດຮຽນທີ່ນຳມາຝຶກອົບຮົມຄັ້ງນີ້ ລວມມີທັງໝົດ 10 ບົດ ເຊິ່ງມີເນື້ອໃນເອກະສານຕົ້ນຕໍ ຄື:

  1. ລະບອບຫົວໜ້າດຽວ
  2. ອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກຳລັງປ້ອງກັນຄວາມສະຫງົບ
  3. ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ
  4. ການຈັດຕັ້ງ ແລະ ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບ
  5. ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ
  6. ຍົກສູງຄຸນນະພາບສະມາຊິກພັກ ໃນໄລຍະໃໝ່
  7. ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ
  8. ເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່
  9. ລະບຽບວິໄນພັກ
  10. ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ

ສຳລັບຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 88 ສະຫາຍ ຍິງ 6 ສະຫາຍ.