ພິທີວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2023 ຢູ່ທີ່ເມືອງທ່າແຕງ ແຂວງເຊກອງ, ເປັນກຽດເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີຫົວໜ້າຫ້ອງວ່າການກະຊວງ, ຫົວໜ້າກົມຄຸມຂັງ-ດັດສ້າງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ທະວີສັກ ເພັດພູ ຫຼວງ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງເຊກອງ ໄດ້ລາຍງານຫຍໍ້ຕໍ່ກັບສະພາບ, ຈຸດພິເສດຂອງແຂວງເຊກອງ ແລະ ໂຄງ ການກໍ່ສ້າງສູນບຳບັດຟື້ນຟູປິ່ນປົວສຸຂະພາບຜູ້ຕິດຢາເສບຕິດ, ເຊິ່ງທ່ານໄດ້ກ່າວວ່າ: ແຂວງເຊກອງ ກໍແມ່ນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 3 ແຂວງຂອງ ສສ ຫວຽດນາມ ແລະ ເປັນແຂວງວິລະຊົນ, ເຊິ່ງມີປະຊາກອນ ທັງໝົດ 133. 519 ຄົນ, ປະກອບ ມີ 10 ຊົນ ເຜົ່າ; ຕະຫຼອດໄລຍະຜ່ານມາ, ການນຳພັກ-ລັດຂອງແຂວງ ເວລາໃດກໍເປັນຫ່ວງເປັນໄຍຕໍ່ຊີວິດ, ຊັບສິນ ແລະ ອະນາຄົດຂອງຊາດ-ຂອງປະຊາຊົນ ໂດຍສະເພາະແມ່ນຕໍ່ກັບການເຄື່ອນໄຫວຂອງຊາວໜຸ່ມ-ໄວໜຸ່ມ; ເຊິ່ງເປັນໜໍ່ແໜງຜູ້ສືບທອດພາລະກິດປະຕິວັດ, ເຖິງແມ່ນວ່າແຂວງເຊກອງ ຈະມີຜູ້ຕິດຢາເສບຕິດຈຳນວນໜ້ອຍ ແຕ່ສະພາບດັ່ງກ່າວນັບມື້ນັບຮຸນແຮງ, ເຊິ່ງເປັນບັນຫາຕໍ່ການກົດໜ່ວງຖ່ວງດຶງໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະແມ່ນແຂວງເຊກອງ ການນໍາພັກ-ລັດແຂວງເຊກອງ ຈຶ່ງ ໄດ້ຄົ້ນຄວ້າຕົກລົງມອບເນື້ອທີ່ ດິນ ຈໍານວນ 21.363 ຕາແມັດ (ຊາວ ເອັດພັນຕາແມັດ) ໃນຂອບເຂດເຂື່ອນໄຟຟ້າຫ້ວຍນໍ້າພັນໃຫ້ກອງບັນຊາການ ປກສ ແຂວງ ເພື່ອກໍ່ສ້າງເປັນສູນບໍາບັດ, ຟື້ນຟູ, ປິ່ນປົວຮັກສາສຸຂະພາບຂອງຜູ້ຕິດຢາເສບຕິດ; ໃນນີ້, ຈະໄດ້ມີການ ກໍ່ສ້າງອາຄານຫ້ອງການ ແລະ ອາ ຄານພັກເຊົາ ປະກອບມີ 7 ຕຶກອາຄານ, ເຊິ່ງສາມາດຮອງຮັບ ແລະ ບັນຈຸຜູ້ຕິດຢາເສບຕິດໄດ້ ປະມານ 500 ຄົນ, ສ່ວນການດໍາເນີນໂຄງການໃນເບື້ອງຕົ້ນການນຳຂອງ ແຂວງໄດ້ໃຫ້ທຶນການກໍ່ສ້າງ ແລະ ສ້ອມແປງ ຈຳນວນ 500.000.000 ກີບ; ໃນນີ້ ປກສ ແຂວງໄດ້ມອບໃຫ້ບັນດາບໍລິສັດ ເປັນຜູ້ເໝົາກໍ່ສ້າງຄື: ບໍລິສັດຈັນ ສີປະເສີດ ເປັນຜູ້ຮັບເໝົາກໍ່ສ້າງອ່າງເກັບນໍ້າສະໂຕໂລ ໄດ້ສໍາເລັດ 100%; ບໍລິສັດ ຈະເລີນຮ່ວມພັດ ທະນາຮັບເໝົາກໍ່ສ້າງຕາຂ່າຍໄຟຟ້າ 22 KVF; 0,4 KV ແລະ ຕິດຕັ້ງໝໍ້ແບ່ງ 3P10 KVA ສຳເລັດ 38,7% ແລະ ວຽກງານອື່ນໆອີກຈໍານວນໜຶ່ງ.

ພ້ອມນີ້, ເພື່ອສືບຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທີພາບສູງ. ຄຽງຄູ່ກັບການກໍ່ສ້າງສູນບໍາບັດ, ຟື້ນຟູຮັກສາສຸຂະພາບຂອງຜູ້ຕິດຢາເສບຕິດ. ສະນັ້ນ, ການນໍາກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ລະດົມທຶນການຊ່ວຍເຫຼືອຈາກທຸກພາກ ສ່ວນ ເພື່ອປະກອບສ່ວນເຂົ້າໃນໂຄງການກໍ່ສ້າງສູນບໍາບັດແຫ່ງນີ້ ໄດ້ທັງໝົດຈໍານວນ 2.500.000.000 ກີບ (ສອງຕື້ຫ້າຮ້ອຍລ້ານກີບ) ແລະ ເງິນດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນການກໍ່ສ້າງບັນດາອາຄານຄື: ຕຶກ A; ຕຶກ B; ຕຶກ G ແລະ ກໍ່ສ້າງຮົ້ວອ້ອມໜາມໝາກຈັບຕື່ມອີກ.

ໃນຕອນທ້າຍພິທີ, ບັນດາການນໍາພັກ, ລັດຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ພ້ອມກັນຕັດແຖບຜ້າ ແລະ ຊວ້ານຊາຍ ເພື່ອເປັນສີລິມຸງຄຸນໃນການຈັດຕັ້ງດຳເນີນການກໍ່ສ້າງສູນບໍາບັດດັ່ງກ່າວຂຶ້ນຢ່າງເປັນທາງການ.